ພາບປະກອບ: chinhphu.vn
(vovworld) - ໃນຂອບເຂດໂຄງການ ”ປະຕິຮູບລັດວິສາຫະກິດ ແລະ ໜູນຊ່ວຍການບໍລິຫານບໍລິສັດ”, ວັນທີ 31/5 ຢູ່ ຮ່າໂນ້ຍ, ກະຊວງການເງິນໄດ້ສົມທົບກັບທະນາຄານພັດທະນາອາຊີຈັດຕັ້ງກອງປະຊຸມສຳມະນາ ”ປ່ຽນໃໝ່ກົນໄກ, ນະໂຍບາຍການເງິນໜູນຊ່ວຍການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່”. ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ຂອງລັດ ໄດ້ຍົກອອກບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຍັງຄົງຄ້າງໃນວິວັດແຫ່ງການສ້າງໂຄງປະກອບຄືນໃໝ່, ພິເສດແມ່ນການຊັບຊ້ອນ, ສ້າງອົງປະກອບຂະແໜງອາຊີບດຳເນີນທຸລະກິດ, ຊັບຊ້ອນແຮງງານເຫຼືອຄືນໃໝ່… ທ່ານ Dang Quyet Tien, ຮອງຫົວໜ້າກົມການເງິນວິສາຫະກິດ, ສັງກັດກະຊວງການເງິນເວົ້າວ່າ:
”ກ່ອນອື່ນແມ່ນຕ້ອງຍອມຮັບການຊັບຊ້ອນຄືນໃໝ່ຢ່າງເຖິງຖອງ, ຍອມຮັບການຍຸບເລິກບາງຂະແໜງອາຊີບ ໃນກຸ່ມບໍລິສັດ, ບໍລິສັດໃຫຍ່ . ກ່ຽວກັບດ້ານການເງິນ, ຕ້ອງຍອມຮັບວ່າ, ເມື່ອຊັບຊ້ອນວຽກງານຄືນໃໝ່ບາງເທື່ອຈະຫຼຸບທຶນ, ແຕ່ຕ້ອງຮັບຮູ້ເພື່ອຖອດຖອນບົດຮຽນ. ບັນດາມາດຕະການດ້ານການເງິນຂອງພວກເຮົາຈະຜັນຂະຫຍາຍພ້ອມກັບວິວັດການສ້າງໂຄງປະກອບຄືນໃໝ່, ເພື່ອໜູນຊ່ວຍວິສາຫະກິດຍູ້ໄວການແກ້ໄຂດ້ານການເງິນ, ແລະ ຜູ້ອອກແຮງງານຍູ້ໄວການສ້າງໂຄງປະກອບ, ຫັນເປັນຫຸ້ນສ່ວນ”.