ການພົບປະແລກປ່ຽນລະຫວ່າງ ຊາວໜຸ່ມຫວຽດນາມ-ລາວ

ການພົບປະແລກປ່ຽນລະຫວ່າງ ຊາວໜຸ່ມຫວຽດນາມ-ລາວ - ảnh 1

(ພາບປະກອບ:dantri.com)​

( vovworld ) – ​ຕອນ​ຄ່ຳວັນ​ທີ 6/8, ຢູ່​ນະຄອນຫຼວງ​ວຽງ​ຈັນ-​ລາວ, ສະມາຄົມ​ພັດທະນາ​ການ​ຮ່ວມ​ມື​ເສດຖະກິດ​ຫວຽດນາມ-​ລາວ-​ກຳປູ​ເຈຍ ສົມທົບ​ກັບ​ສູນ​ກາງ​ຊາວ​ໜຸ່ມປະຊາຊົນ​ປະຕິວັດ​ລາວ ​​ຈັດງານ “ພົບ​ປະ​ແລກປ່ຽນ​ຮ່ວມ​ມື​ລົງທຶນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ“. ດ້ວຍ​ຫົວ​ຂໍ້ວ່າ “ປະຊາ​ຄົມ​ຫວຽດນາມ-​ລາວ​ຮ່ວມ​ມື​ລົງທຶນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ“, ລາຍການນີ້​ແມ່ນເພື່ອ​ແນ​ໃສ່​ໂຄສະນາ​ກາລະ​ໂອກາດ​ການ​ຮ່ວມ​ມື​ລົງທຶນ​ພັດທະນາ​ເສດຖະກິດ​ຕາມ​ທິດ​ຍືນ​ຍົງ, ຮູ້​ວິທີປະຢັດ ​ແລະ ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ເໝາະສົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ພ້ອມ​ທັງ​ສຶກສາ​ອົບຮົມ​ລຸ້ນໜຸ່ມ​ສອງ​ປະ​ເທດ​ຫວຽດນາມ-​ລາວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢູ່​ແຕ່ລະ​ປະ​ເທດ. ງານ​ພົບ​ປະ​ແລກປ່ຽນ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກທຸລະກິດ​ສາມາດ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ໜູນ​ຊ່ວຍ​ຊື່​ງກັນ ​ແລະ ກັນ​ໃນ​ການ​ພັດທະນາ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ການ​ລົງທຶນ​ເຂົ້າລາວ.

ຂ່າວ/ບົດ​ອື່ນ