ການ​ພ​ົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ຍີ​່​ປຸ່ນ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ

(VOVWORLD) -ດ້ວຍຄະນະການນຳຊຸດໃໝ່ຂອງ ຫວຽດນາມ, ການພົວພັນຄູ່ຮ່ວມມືມິດຕະພາບ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຈະໄດ້ຮັບການຊຸກຍູ້ ແລະ ເພີ່ມທະວີຢ່າງແຮງກວ່າອີກໃນໄລຍະຈະມາເຖິງ.
ການ​ພ​ົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ຍີ​່​ປຸ່ນ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ - ảnh 1(ພາບປະກອບ: dangcongsan.vn)

     ບົດຂຽນທີ່ໄດ້ເອົງລົງໃນເວັບໄຊ Global News ASEAN ຂອງ ຍີ່ປຸ່ນ ໃນວັນທີ 7 ເມສາ ໄດ້ໃຫ້ຂໍ້ສັງເກດວ່າ ດ້ວຍຄະນະການນຳຊຸດໃໝ່ຂອງ ຫວຽດນາມ, ການພົວພັນຄູ່ຮ່ວມມືມິດຕະພາບ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຈະໄດ້ຮັບການຊຸກຍູ້ ແລະ ເພີ່ມທະວີຢ່າງແຮງກວ່າອີກໃນໄລຍະຈະມາເຖິງ.

        ດ້ວຍຖານະເປັນປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ຕັ້ງໜ້າຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ພິເສດແມ່ນ ກັບບັນດາການນຳແຖວໜ້າຂອງ ຍີ່ປຸ່ນ ຄືທ່ານນາຍົກລັດຖະມົນຕີ Suga Yoshihide, ທ່ານອະດີດນາຍົກລັດຖະມົນຕີ Abe Shinzo ແລະ ທ່ານເລຂາທິການໃຫຍ່ ພັກ ປະຊາທິປະໄຕອິດສະຫຼະ ກຳອຳນາດ Nikai Toshihiro. ຕາມບົດຂຽນດັ່ງກ່າວແລ້ວ, ພາຍໃຕ້ການຊີ້ນຳນຳພາຂອງທ່ານນາຍົກລັດຖະມົນຕີ ຄົນໃໝ່ ຟ້າມມິງຈິ໊ງ, ລັດຖະບານ ຫວຽດນາມ ຈະສືບຕໍ່ຖືເປັນສຳຄັນ, ຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທສະສາດກັບ ຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ