ການພົວພັນດ້ານເສດຖະກິດກັບຕ່າງປະເທດສືບຕໍ່ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ

ການພົວພັນດ້ານເສດຖະກິດກັບຕ່າງປະເທດສືບຕໍ່ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນດຕີນຢູ້ງ ກ່າວຄຳເຫັນທີ່ກອງປະຊຸມ

(vovworld) – ຕອນ​ເຊົ້າ​ວັນ​ທີ 17/12/2013, ຢູ່​ຮ່າ​ໂນ້ຍ, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 28, ກະຊວງ​ການ​ຕ່າງປະ​ເທດ ສົມທົບ​ກັບ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຈັດ​ຕັ້ງ​ວາລະ​ປະຊຸມ​ຮ່ວມ​ກັບ​ກອງ​ປະຊຸມ​ທີ່​ປຶກສາ​ດ້ານ​ການ​ຄ້າ​ດ້ວຍ​ຫົວ​ຂໍ​້ “​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ​ແລະ ພົວພັນ​ດ້ານ​ເສດຖະກິດ​ກັບ​ຕ່າງປະ​ເທດ”.

        ກ່າວ​ຄຳ​ເຫັນ​ຊີ້​ນຳ​ຂອງ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ ​ແລະ ​ການ​ພົວພັນ​ດ້ານ​ເສດຖະກິດ​ກັບ​ຕ່າງປະ​ເທດ​ນັບ​ມື້​ນັບ​ມີ​ບົດບາດ​ສຳຄັນ. ດັ່ງ​ນັ້ນ, ພະນັກງານ, ລັດຖະກອນ​​​ແຕ່ລະຄົນໃນ​ຂະ​ແໜງ​ຕ້ອງ​ສືບ​ຕໍ່​ຊາບ​ຊຶມ, ມີ​ລາຍການ, ​​ແຜນການ​ລະອຽດ​ເພື່ອ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດຖະບານ​ຢ່າງ​ມີ​ປະສິດ​ທິຜົນ, ພິ​ເສດ​ແມ່ນ​ມະຕິ 22 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ແຈ້ງວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີ​ຊຸກຍູ້​ການດຶງ​ດູດ​​ເງິນ​ລົງທຶນ​ໂດຍ​ກົງ (FDI) ​ເຂົ້າ ຫວຽດນາມ. ​ຢູ່​ພາຍ​ໃນ​ປະ​ເທດ​ຕ້ອງ​ປະຕິ​ຮູບ, ສ້າງ​ທຸກ​ເງື່ອນ​ໄຂ​ກ່ຽວ​ກັບລະ​ບອບບັນຍັດ, ກົນ​ໄກ, ນະ​ໂຍບ​າຍດຶງ​ດູດ​ການ​ລົງທຶນ, ​ເປີດ​ເຜີຍ, ກະຈ່າງ​ແຈ້ງ​ສຳລັບບັນດາຂໍ້​ກຳນົດ​ລະບອບ​ບັນ​ຍັດ, ກົນ​ໄກ​ຕະຫຼາດ​ໃຫ້​ສະດວກ, ລົງທຶນ​ພື້ນຖານ​ໂຄງ​ລ່າງ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ.​​..​, ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນການ​ເຕີບ​ໂຕ, ທັງ​ປະກອບ​ສ່ວນສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​​ໃໝ່ຕາມ​ທິດ​ທັນ​ສະ​ໄໝ. ບັນດາ​ສະຫາຍ​ເອກ​ອັກຄະ​ລັດຖະທູດ, ທີ່​ປຶກສາ​ດ້ານການ​ຄ້າ​ຕ້ອງ​ປະຕິບັດ​ໜ້າ​ທີ່​ນີ້​ຢ່າງ​​ເດັດຂາດ ​ແລະ ລະອຽດ​ທີ່​ສຸດ.”

        ທ່ານ​ ຫງວຽນ​ຊວນ​ຖູ​ຍ, ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊ​ຍ, ປະ​ເທດ​ຫາ​ກໍ່ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ ​ເມື່ອ​ເດືອນ 6 ຜ່ານ​ມາ, ​ໃຫ້​ຮູ້​ວ່າ:

        “ດ້ວຍ​ພື້ນຖານ​ເສດຖະກິດ​ພວມ​ຍື່ນ​ອັນ​ດັບ​ທີ 17 ​ໃນ​ໂລກ, ອິນ​ໂດ​ເນ​ເຊຍ ພວມ​ພົ້ນ​ເດັ່ນ​ຄື​ດັ່ງ​ຕະຫຼາ​ດ​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ພວກ​ຂ້າພະ​ເຈົ້າເຫັນ​ວ່າຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຄົ້ນ​ຄ້ວາ, ກຳ​ແໜ້ນ​ບັນດາ​ການ​ຜັນ​ແປ, ​ເປັນ​ເສນາ​ທິການ​ໃຫ້​ແກ່​ພັກ, ລັດ ​ເພື່ອ​ຊອກ​ຫາ​ວິທີ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງທັນ​ການ. ​ສະພາບ​ຕົວ​ຈິງ​, ​ໃນ​ 2 -3 ​ປີ​ຜ່ານ​ມາ, ​​ເຖິງ​ວ່າເສດຖະກິດ​ໂລກ​ຖືກ​ຕົກ​ຕຳ່​ຖອຍຫຼັງກໍ່ຕາມ ​ແຕ່​ອິນ​ໂດ​ເນ​ເຊຍ ຍັງ​ຄົງ​ຮັກສາ​ລະດັບ​ການ​ພັດ​ທະນາ​ເປັນ​ປົກກະຕິ​ພໍ​ສົມຄວນ, ກ່ວາ 6%/ປີ ​ແລະ​ ​ພັດທະນາໃນ​ຫຼາຍ​ປີ​ຢ່າງ​ລຽນຕິດ. ນັ້ນ​ແມ່ນ​ບົດຮຽນ​ເຊິ່ງພວກ​ເຮົາ​ສາມາດ​ຖອດ​ຖອນໄດ້.”


ຂ່າວ/ບົດ​ອື່ນ