ການພົວພັນລະຫວ່າງ ອະເມຣິກາ ແລະ ອາຊຽນນັບມືນັບແທດຈິງ

(VOVWORLD) - ສະຖາບັນອະເມຣິກາ ແລະ ອາຊີ ຫາກໍຈັດການຕ້ອນຮັບປີໃໝ່ ປີຈໍ 2018 ດ້ວຍການໃຫ້ກຽດເຂົ້າຮ່ວມຂອງບັນດາການນໍາລັດຖະບານ, ສະພາແຫ່ງຊາດ, ບັນດາອົງການ, ວິສາຫະກິດຂອງອະເມຣິກາ ແລະຜູ້ຕາງໜ້າບັນດາປະເທດອາຊີກໍໄດ້ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
ການພົວພັນລະຫວ່າງ ອະເມຣິກາ ແລະ ອາຊຽນນັບມືນັບແທດຈິງ - ảnh 1 ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳອະເມລິກາ ຟ້າມກວາງວິງ

 ໃນບົດກ່າວປາໄສທີ່ພິທີໄຂ, ທ່ານປະທານສະຖາບັນອະເມຣິກາ - ອາຊີ Glen Lau Keeສະແດງຄວາມຍິນດີທີ່ໄດ້ຈັດການຕ້ອນຮັບບຸນປີໃໝ່ຕາມຈັນທະປະຕິທິນທຸກປີ ເພື່ອເຊືຶ່ອມຕໍ່ອະເມລິກາກັບເພື່ອນມິດອາຊີ; ຢືນຢັນໜ້າທີ່ຂອງອາຊີກັບອະເມລິກາ ແລະ ສະຖາບັນອະເມລິກາ - ອາຊີ ຍາມໃດກໍຕັດສິນໃຈໜູນຊ່ວຍການຊຸກຍູ້ການພົວພັນລະຫວ່າງລັດຖະບານອະເມລິກາ ແລະ ອາຊີ.

ກ່າວປາໄສທີ່ພິທີ, ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳອະເມລິກາ ຟ້າມກວາງວິງໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງອະເມລິກາກັບບັນດາປະເທດໃນພາກພື້ນ, ໃນນັ້ນມີອາຊຽນສືບຕໍ່ພັດທະນາຢ່າງເຂັ້ມແຂງໃນຫຼາຍຂົງເຂດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການສັນຕິພາບ, ຄວາມໝັ້ນຄົງ ແລະການຮ່ວມມືພັດທະນາໃນພາກພື້ນ. ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳອະເມລິກາ ຟ້າມກວາງວິງຊົມເຊີຍການປະກອບສ່ວນທີ່ສຳຄັນຂອງສະຖາບັນອະເມລິກາກັບອາຊີ ແລະເຊື່ອໝັ້ນວ່າ ທາງສະຖາບັນຈະສືບຕໍ່ພ້ອມກັບບັນດາເອກອັກຄະລັດຖະທູດຂອງບັນດາປະເທດອາຊຽນ ແລະ ອາຊີ ຮ່ວມມືກັນຢ່າງແໜ້ນແຟ້ນ ແລະປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນ ລະ ຫວ່າງອະເມລິກາກັບອາຊີ ໃຫ້ພັດທະນາຢ່າງເຂັ້ມແຂງກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ