ການສົ່ງອອກປາທູນາໄດ້ຮັບການເຕີບໂຕຢ່າງແຮງ

ການສົ່ງອອກປາທູນາໄດ້ຮັບການເຕີບໂຕຢ່າງແຮງ - ảnh 1
(ພາບປະກອບ)
(vovworld) -  ຕາມ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຂອງ​ຫວຽດນາມ (Vasep) ​ແລ້ວ. ​ໃນ​ເດືອນ 1, ຜະລິດຕະພັນ​ປາທູ​ນາ​ມີ​ລະດັບ​ເຕີບ​ໂຕ 41% ​ເມື່ອ​ງທຽບ​ໃສ່​ປີ 2012. ນອກຈາກ​ປາທູ​ນາ​ແລ້ວ, ຜະລິດ​ຕະພັນ​ປາ​ທະ​ເລ, ກະປູ ​ແລະ ຢໍ່ປາ surimi ສືບ​ຕໍ່​ເພີ່ມ​ຂຶ້ນພໍ​ສົມຄວນ​ແຕ່​ຕົ້ນ​ປີ 2013. ​​ແຕ່​ໃນ​ງວດ​ທີ 1, ຄາດ​ວ່າການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງ​ຫວຽດນາມ ບັນລຸ​ພຽງ 1,15 ຕື້ USD, ຫຼຸດ 13% ​ເມື່ອ​ທຽບໃສ່ ​1,3 ຕື້ USD ​ໃນ​ໄລຍະ​ດຽວ​ກັນ​ຂອງປີ 2012. ສາຍ​ເຫດ​ຕົ້ນ​ຕໍ່​ເຊິ່ງບັນດາ​ຜູ້​ຊ່ຽວຊານ​ຂະ​ແໜງ​ສິນ​ໃນ​ນ້ຳ​ຍົດ​ອອກ​ມານັ້ນ​ແມ່ນ ບັນດາ​ຄວາມ​ຫຍຸ້ງຍາກ​ຂອງ​ປີ​ກ່ອນຍັງບໍ່​ທັບ​ໄດ້​ຮັບ​ການ​ແກ້​ໄຂ​, ການ​ເຄື່ອນ​ໄຫວ​ຜະລິດ​ວັດຖຸ​ດິບ ​ແລະ ຮັບປະກັນ​ສົ້ນ​ອອກຂອງບັນດາ​ຜະລິດ​ຕະພັນ​ປາຈາ, ກຸ້ງ, ປາ​ໝຶກ​ຍັກ... ​ແມ່ນສິ່ງ​ທີ່​ກີດຂວາງ​ໃຫ້​ແກ່​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ໃນ​ງວດ​ທີ 1 ຂ​ອງປີ 2013. ບັນດາ​ຜູ້​ຊ່ຽວຊານ​ຂະ​ແໜງ​ສິນ​ໃນ​ນ້ຳ​ໃຫ້​ຮູ້​ວ່າ ບັນດາ​ວິ​ສາ​ຫະກິດ​ຮັກສາ​ຕະຫຼາດ EU, ຍີ່ປຸ່ນ, ສ.​ເກົາຫຼີ, ອາ​ເມ​ລິ​ກາ... ​ເພື່ອ​ສືບ​ຕໍ່​ເພີ່ມ​ມູນ​ຄ່າ​ສົ່ງ​ອອກສິນ​ທະ​ເລ​ຂອງ​ຫວຽດນາມ​ ຂຶ້ນ 10 – 15%.
ຂ່າວ/ບົດ​ອື່ນ