ການສະແດງວາດຟ້ອນແຊ ສະຖິຕິໃຫ່ຍກ່ວາໝູ່ຢູ່ ຫວຽດນາມທີ່ແຂວງ ອຽນບາຍ

 ການສະແດງວາດຟ້ອນແຊ ສະຖິຕິໃຫ່ຍກ່ວາໝູ່ຢູ່ ຫວຽດນາມທີ່ແຂວງ ອຽນບາຍ - ảnh 1

(ພາບ: danviet.vn)

(vovworld)-​​​​ ​ ​ ການສະ​ແດງ​ວາດ​ຟ້​ອນ​ແຊ​ຂະໜາດໃຫ່ຍກ່ວາ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ດ້ວຍ 6 ວາດ​ຟ້ອນ​ແຊ​ພື້ນ​ເມືອງທີ່​ມາ​ຈາກ 36 ວາດ​ຟ້ອນ​ແຊ​ຂອງ​ຊາວ​ເຜົ່າ​ໄທ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ໂດຍ​ນັກ​ສິລະ​ປະ, ນັກສະ​ແດງ 2013 ຄົນ​ສະ​ແດງ ​ໄດ້ສ້າງ​​ເປັນວາດ​ຟ້ອນ​ທີ່​ເປັນ​ເອກະລັກ​ສະ​ເພາະ. ວາດ​ຟ້ອນ​ດັ່ງກ່າວ​ໂດຍ ປຊຊ ​ແຂວງ​ອຽນ​ບາຍ​ ສະ​ແດງ​ໃນ​ເວລາ 45 ນາທີ​ເພື່ອ​ເຊື້ອ​ເຊີນ​ແຂກ​ທ່ອງ​ທ່ຽວ​ມາຄົ້ນຫາຄວາມງາມ​ຂອງ​ເຂດ​ດິນ​ແດນ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ແຫ່ງ​ນີ້. ນັກ​ສິລະ​ປະ​ລໍ່​ວັນ​ບຽນ (Lò Van Biến) ຜູ້​ແນະນຳ ​ແລະ ກຳກັບ​ການສະ​ແດງ​ໃຫ້​ຮູ້​ວ່າ:

  “​ເທດສະບານ​ເມືອງ​ເຫງຍ​ໂລ້ ກະກຽມ​ກາຍ​ເປັນ​ເທດສະບານ​ເມື​ອງວັດທະນະ​ທຳ, ມື້ນີ້​ຈັດຕັ້ງລາຍການ​ຟ້ອ​ນ​ແຊ, ຂ້າພະ​ເຈົ້າມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ. ພໍ່​ແມ່ ປຊຊ ຢູ່​ທີ່​ນີ້​ລ້ວນ​ແຕ່​ຮູ້ສຶກນິຍົມ​ທີ່​ສຸດ. ນີ້​ແມ່ນ​ວາດ​ຟ້ອ​ນຂອງ​ຊົ​ນ​ເຜົ່າເຂົາ​ເຈົ້າ, ​​​ດັ່ງນັ້ນເຂົາ​ເຈົ້າຈຶ່ງມີ​ຄວາມ​ເຄົາລົບ ​ແລະ ຮັກ​ແພງທີ່​ສຸດ “.

 

 

 

ຂ່າວ/ບົດ​ອື່ນ