ການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງ ປ້ອງກັນຄວາມສະຫງົບລາວ

ການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງ ປ້ອງກັນຄວາມສະຫງົບລາວ - ảnh 1
ທ່ານປະທານ​ປະ​ເທດ​ລາວ ຈູມມະລີ ​ໄຊ​ຍະ​ສອນ
ຕ້ອນຮັບ​ທ່ານ ​ເຈິ່ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ​
(ພາບ: vietnamplus.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 21/12, ຢູ່​ວຽງ​ຈັນ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມມະລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​ເຈິ່ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ​ທີ່​ພວມ​ຢູ່​ຢ້ຽມຢາມ​ລາວ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມມະລີ ​ໄຊ​ຍະ​ສອນ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ລາວ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໃນ​ສະພາບ​ການ​ທີ່​ພັກ, ລັດຖະບານ, ​ແລະ ປະຊາຊົນ​ສອງ​ປະ​ເທດພວມ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ຂໍ່ານັບ​ຊົມ​ເຊີຍ​ປີ​​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ. ສ່ວນທ່ານ​ລັດຖະມົນຕີ ເຈິ່ນດ້າຍ​ກວາງກໍ່​ແຈ້ງ​ໃຫ້​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ​ຊາບ ກ່ຽວ​ກັບ​ຜົນ​ຂອງ​ການ​ພົບ​ປະ ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ຮ່ວມ​ມື​ໃນ​ປີ 2013 ລະຫວ່າງກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ແລະ ​ໃຫ້​ຮູ້​ວ່າ: ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວຈະ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ກວ່າ​ອີກ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ລັດຖະມົນຕີ ​ເຈິ່ນ​ດ້າຍ​ກວາງ ກໍ່​ຢືນຢັນ​ວ່າ, ກະຊວງ​ຕຳ​ຫຼວດຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ສອງ​ຝ່າຍ, ສືບ​ຕໍ່​ຮັດ​ແໜ້ນ ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ, ມີ​ປະສິດທິ​ຜົນ​ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ.

ຂ່າວ/ບົດ​ອື່ນ