ການເຄື່ອນຍ້າຍແຮງງານຕ່າງປະເທດ - ກາລະໂອກາດ ແລະ ສິ່ງທ້າທາຍສຳລັບແມ່ຍິງ ຫວຽດນາມ

(VOVWORLD) - ໃນຊຸມປີຜ່ານມາ, ແຮງງານ ຫວຽດນາມ ມີໜ້າຢູ່ຫຼາຍກ່ວາ 40 ປະເທດ, ເຂດແຄ້ວນໃນທົ່ວໂລກ...
ການເຄື່ອນຍ້າຍແຮງງານຕ່າງປະເທດ - ກາລະໂອກາດ ແລະ ສິ່ງທ້າທາຍສຳລັບແມ່ຍິງ ຫວຽດນາມ - ảnh 1ກອງປະຊຸມສຳມະນາຈັດຂຶ້ນໃນວັນທີ 9 ພຶດສະພາ
(ພາບ:VOV)

ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ຈັດກອງປະຊຸມສຳມະນາ “ການເຄື່ອນຍ້າຍແຮງງານຕ່າງປະເທດ - ກາລະໂອກາດ ແລະ ສິ່ງທ້າທາຍສຳລັບ ແມ່ຍິງ ຫວຽດນາມ”.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນຫຼາຍມາດຕະການ ກໍ່ຄືຍົກອອກບັນດາບັນຫາມີລັກສະນະສະດຸ້ງໄວດ້ານທາງເພດ ເພື່ອໜູນຊ່ວຍແຮງງານຍິງ ເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ ກໍ່ຄືກັບມາ ຫວຽດນາມ; ໜູນຊ່ວຍການໃຫ້ຄຳປຶກສາດ້ານນິຕິກຳ, ບຳລຸງສ້າງ, ຫັນປ່ຽນອາຊີບໃຫ້ແກ່ແຮງງານຍິງເຄື່ອນຍ້າຍ… ທ່ານນາງ ຫງວຽນທິມິງເຮືອງ, ຮອງປະທານສູນກາງສະຫະພັນແມ່ຍິງ ຫວຽດນາມ, ໃຫ້ຮູ້ວ່າ:

        “ສະຫະພັນ ກໍ່ໄດ້ເຂົ້າຮ່ວມວິວັດການປະກອບຄຳເຫັນ, ໄຈ້ແຍກຕີລາຄາສັງຄົມບັນດານະໂຍບາຍກົດໝາຍກ່ຽວຂ້ອງເຖິງການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ. ສົມທົບກັນປົກປ້ອງສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງແຮງງານຍິງທີ່ເຮັດວຽກຢູ່ຕ່າງປະເທດ. ເພື່ອຂົນຂວາຍໂຄສະນາເຜີຍແຜ່, ໜູນຊ່ວຍແມ່ຍິງເຄື່ອນຍ້າຍດ້ວຍຄວາມປອດໄພນັ້ນ, ສະຫະພັນໄດ້ສົມທົບກັບຫຼາຍອົງການພາຍໃນ ແລະ ຕ່າງປະເທດ ຜັນຂະຫຍາຍຫຼາຍການເຄື່ອນໄຫວປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ປ້ອງກັນ, ຕ້ານການຄ້າມະນຸດໂດຍອີງໃສ່ວົງຄະນະຍາດ”.

        ໃນຊຸມປີຜ່ານມາ, ແຮງງານ ຫວຽດນາມ ມີໜ້າຢູ່ຫຼາຍກ່ວາ 40 ປະເທດ, ເຂດແຄ້ວນໃນທົ່ວໂລກ, ປະກອບສ່ວນສ້າງວຽກເຮັດງານທຳ, ເພີ່ມລາຍຮັບ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ແລະ ເມື່ອກັບມາປະເທດປະກອບສ່ວນຍົກສູງຄຸນນະພາບໃຫ້ແກ່ກຳລັງແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ