ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວໃນການຢ້ຽມຢາມແຟງລັງຢ່າງເປັນທາງການ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາຢາກເພີ່ມທະວີການພົວພັນກັບສະພາແຫ່ງຊາດ ແຟງລັງ, ເພື່ອກາຍເປັນຊ່ອງຮ່ວມມືສຳຄັນລະຫວ່າງ 2 ປະເທດ.
ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວໃນການຢ້ຽມຢາມແຟງລັງຢ່າງເປັນທາງການ - ảnh 1ທ່ານນາງປະທານສະພາແຫ່ງຊາດ ແຟງລັງ Anu Vehvilainen ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ
(ພາບ: quochoi.vn)

ໂດຍຮັບຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດ ແຟງລັງ Anu Vehvilainen, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ ໄດ້ໄປຢ້ຽມຢາມ ແຟງລັງ ຢ່າງເປັນທາງການໃນລະຫວ່າງວັນທີ 10 – 11 ກັນຍາ. ຕອນເຊົ້າວັນທີ 10 ກັນຍາ, ຢູ່ນະຄອນຫຼວງ Helsinki, ປະເທດ ແຟງລັງ, ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານນາງປະທານສະພາແຫ່ງຊາດ ແຟງລັງ Anu Vehvilainen ດຳເນີນການເຈລະຈາ.

        ກ່ຽວກັບການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາຢາກເພີ່ມທະວີການພົວພັນກັບສະພາແຫ່ງຊາດ ແຟງລັງ, ເພື່ອກາຍເປັນຊ່ອງຮ່ວມມືສຳຄັນລະຫວ່າງ 2 ປະເທດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ ແຟງລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ; ພ້ອມທັງພ້ອມກັນຊຸກຍູ້ການປະຕິບັດສັນຍາການຄ້າເສລີລະຫວ່າງສຳພັນທະມິດເອີລົບ - ຫວຽດນາມ (EVFTA) ຢ່າງມີປະສິດທິຜົນກວ່າ, ແກ້ໄຂຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ-19.

        ສ່ວນທ່ານນາງປະທານສະພາແຫ່ງຊາດ Anu Vehvilainen ຢືນຢັນວ່າ ແຟງລັງ ສາມາດແມ່ງປັນບົດຮຽນໃນບັນດາຂົງເຂດທີ່ມີທ່າແຮງຄື: ການປ່ຽນແປງໃໝ່ປະດິດຄິດສ້າງ, ວິທະຍາສາດເຕັກນິກ, ການລົງທຶນ ແລະ ຂົງເຂດສັງຄົມ… ຢືນຢັນຄວາມໝາຍສຳຄັນຂອງ EVIPA, ທ່ານປະທານສະພາແຫ່ງຊາດ ແຟງລັງ ໃຫ້ຮູ້ວ່າ, ປະຈຸບັນສັນຍາດັ່ງກ່າວພວມໃນວິວັດການພິຈາລະນາໃຫ້ສັດຕະຍາບັນ.

        ກ່ຽວກັບສະພາບການພາກພື້ນ ແລະ ສາກົນ, 2 ຝ່າຍຖືວ່າ ໃນສະພາບການໂລກ ແລະ ການແກ່ງແຍ້ງຂອງປະເທດໃຫຍ່ຄືໃນປະຈຸບັນ, ຍິ່ງກວ່າເວລາໃດໝົດ, ເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຕ້ອງອີງໃສ່ກົດໝາຍສາກົນ ແລະ ຫຼັກການເຄົາລົບກົດໝາຍສາກົນ.

        ຕອນບ່າຍວັນທີ 10 ກັນຍາ, ທີ່ການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ແຟງລັງ Sana Marin, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ລັດຖະບານ ແຟງລັງ ຈົ່ງສືບຕໍ່ໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ Sana Marin ຢືນຢັນວ່າ, ແຟງລັງ ພ້ອມແລ້ວທີ່ຈະຮ່ວມມືຜັນຈະຫຍາຍບັນດາໂຄງການສຶກສາອາຊີບ, ບຳລຸງສ້າງຄູອາຈານລະຫວ່າງ 2 ປະເທດ. ການນຳ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນບັນດາກົນໄກຫຼາຍຝ່າຍ, ຢືນຢັນວ່າ 2 ປະເທດລ້ວນແຕ່ເຂົ້າເປັນສະມາຊິກ ແລະ ສວມບົດບາດຕັ້ງໜ້າຢູ່ສະຫະພາບເອີລົບ ແລະ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ