ການເຄື່ອນໄຫວຂອງປະທານສະພາແຫ່ງຊາດຫງວຽນຊິງຮູ່ງຢູ່ສ.ອີຕາລີ

ການເຄື່ອນໄຫວຂອງປະທານສະພາແຫ່ງຊາດຫງວຽນຊິງຮູ່ງຢູ່ສ.ອີຕາລີ - ảnh 1
ທ່ານປະທານ​ສະພາ​ສູງ Pietro Grasso ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ

(vovworld) – ​ໃນ​ຂ​ອບ​ເຂດ​ການ​ຢ້ຽມຢາມ ສ. ອີ​ຕາ​ລີ ຢ່າງ​ເປັນ​ທທາງ​ການ, ວັນ​ທີ 20/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ມີ​ການ​ພົບ​ປະ​ກັບ​ທ່ານປະທານ​ສະພາ​ສູງ ສ. ອີ​ຕາ​ລີ Pietro Grasso, ພົບ​ປະ​ກັບ​ພະນັກງານ​ສະຖານທູດ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອີ​ຕາ​ລີ.

    ທີ່​ການ​ພົບ​ປະ​ກັບທ່ານປະທານ​ສະພາ​ສູງ Pietro Grasso, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຖື​ວ່າ: ການ​ພົວພັນ ຫວຽດນາມ - ອີ​ຕາ​ລີ ໃນ​ໄລຍະ​ຜ່ານ​ມາພັດທະນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງ​ເຂດ​, ພິ​ເສດ, ພາຍຫຼັງ 2 ປະ​ເທດ​ເຊັນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ ​ໃນ​ເດືອນ 3/2013, ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່​ດ້ວຍ​ແງ່​ຫວັງ​ຫຼາຍ​ຢ່າງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ແລະ ທ່ານ​ປະທານ​ສະພາ​ສູງ ສ. ອີ​ຕາ​ລີ Pietro Grasso ​ເຫັນ​ດີ​ເປັນ​ເອກະສັນ​​ໂດຍ​ຖື​ວ່າ:  ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ລັດຖະສະພາ ສ. ອີ​ຕາ​ລີ ຈະ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ສືບ​ຕໍ່​ເສີມ​ຂະຫຍາຍ​ກົນ​ໄກ​ທາ​ບທາມ​ຄວາມ​ເຫັນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນບັນ​ດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ..​​.

    ທ່ານປະທານ​ສະພາ​ສູງ Pietro Grasso ​ເຫັນ​ດີ​ເປັນ​ເອກະສັນຕໍ່​ເລື່ອງ​ເພີ່​ມທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ, ພ້ອມ​ທັງຢືນຢັນວ່າ​ສະພາ​ສູງ ​ແລະ ສະພາ​ແຫ່ງ​ຊາດ ອີ​ຕາ​ລີ ກຽມພ້ອມ​ໜູນ​ຊ່ວຍສະພາ​​ແຫ່ງ​ຊາດ ຫວຽດນາມ ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ທັກ​ສະ​ໃນ​ການ​ເຄື່ອນ​ໄຫວ, ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ, ​ແບ່ງປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ ​ແລະ ຕິດຕາມ​ກວດ​ກາ.

    ທີ່​ການ​ພົບ​ປະ​ກັບ​ພະນັກງານ​ສະຖານທູ​ດ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ອີ​ຕາ​ລີ ທີ່​ສຳນັກງານ​ສະຖານທູດ ຫວຽດນາມ ປະຈຳ​ນະຄອນຫຼວງ ຣົມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢືນຢັນວ່າ​ສາຍ​ພົວພັນ​ພັດທະນາ​ອັນ​ດີ​ງາມ​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ ​ແມ່ນມີ​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ທີ່​ນີ້. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ເອົາ​ໃຈ​ໃສ່​ພໍ່​ແມ່​ປະຊາຊົນ ຊາວ ຫວຽດນາມ ​ເບິ່ງ​ແຍງ​ດູ​ແລ​​ເຖິງ​ວຽກ​ງານ​ສອນ​ພາສາ ຫວຽດ ​ແລະ ​ວັດທະນະ​ທຳ​ທີ່​ເປັນ​ມູນ​ເຊື້ອຂອງ​ປະ​ເທດ​ໃຫ້​ລູກ​ຫຼານ​ຊາວ ຫວຽດນາມ ຢູ່​ທີ່​ນີ້. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ:

    “ການອະນຸລັກ​ຮັກສາ ພາສາ ຫວຽດ​ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ. ພວກ​ຫຼານ ​ໄດ້​ຮຽນ​ແລ້ວ​ແຕ່​ບໍ່​ໄດ້​ໃຊ້​ຈະ​ລືມ​ໄປ. ​ດັ່ງ​ນັ້ນພວກ​ເຮົາ​ຕ້ອງ​ຕັດສິນ​ໃຈ​​ເຮັດ, ​ຖ້າ​ຫາກ​​ເຮັດ​ບໍ່​ໄດ້​ຈະ​ແມ່ນ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ຊາວ ຫວຽດນາມ ຢູ່ພາຍ​ໃນ ​ແລະ ​ຕ່າງປະ​ເທດ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ, ພໍ່​ແມ່​ປະຊາຊົນ​ຈົ່ງສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈດຽວ​ເພື່ອ​ປະຕິບັດ​ວຽກ​ງານ​ນີ້.”

 


ຂ່າວ/ບົດ​ອື່ນ