ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຄູຫວຽດນາມ20/11

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຄູຫວຽດນາມ20/11 - ảnh 1
ການເຄື່ອນໄຫວສະເຫຼີມສະຫຼອງວັນຄູຫວຽດນາມ ຂອງນັກສຶກສາ ຫວຽດນາມ ຢູ່ລັດເຊຍ

(vovworld) – ວັນ​ທີ 17/11, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ໂຮງຮຽນ​ມັດທະຍົມ​ຕອນຕົ້ນ ບັກ​ຫຼີ, ​ເມືອງ ຫຼີ​ເຍີນ, ​ແຂວງ ຮ່າ​ນາມ, ບ້ານ​ເກີດ​ເມືອງ​ນອນ​ຂອງ​ຂະ​ບວນການສອນ​ດີ​ຮຽນ​ເກັ່ງ. ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ  ​ໄດ້​ມອບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ​ໃຫ້​ແກ່​ໂຮງຮຽນ.

    ວັນ​ທີ 17/11, ຢູ່​​ເມື​ອງ ຊອກ​ເຊີນ, ຮ່າ​ໂນ້ຍ, ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ດາ​ຟຸກ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ອວຍພອນ​ໃຫ້ໝູ່​ຄະນະ​ຄູ​ອາຈານ, ພະນັກງານ​ໂຮງຮຽນ​ເນື່ອງ​ໃນ​ໂອກາດ​ວັນ​ຄູ ຫວຽດນາມ 20/11.

    ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຖາ​ບັນ​ການ​ເງິນ ​ແລະ ຕ້ອນຮັບ​ຫຼຽນ​ໄຊ ​ໂຮ່ຈີ​ມິນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢັ້ງຢືນ​ວ່າ: ສະ​ຖາ​ບັນ​ການ​ເງິນ ​ແມ່ນ​ຮາກ​ຖານ​ສຶກສາ​ບຳລຸງ​ສ້າງ​ຂັ້ນ​ມະຫາວິທະຍາ​ໄລ, ​ຫຼັງ​ມະຫາ​ວິທະຍາ​ໄລ​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ຂົງ​ເຂດ​ການ​ເງິນພາຍ​ໃນ​ປະ​ເທດ, ມີ​ອິດ​ທິພົນ ຊື່​ສຽງ​ໃນ​ພາກ​ພື້ນ ​ແລະ ​ໂລກ.

    ​ໃນ​ຂະນະ​ນັ້ນ, ນັກ​ສຶກສາ ຫວຽດນາມ ຢູ່​ມະຫາ​ວິທະຍາ​ໄລ​ແຫ່ງ​ຕ່າງ​ໆ​ຂອງ​ລັດ​ເຊຍ ​ໄດ້​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ຕ່າງໆ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ບັນດາ​ຄູ​ອາຈານ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ