ການເຄື່ອນໄຫວບໍລິຈາກເລືອດອາສາສະໝັກ “ບໍລິຈາກເລືອດເພື່ອກອບກູ້ຊີວິດມະນຸດ”

ການເຄື່ອນໄຫວບໍລິຈາກເລືອດອາສາສະໝັກ “ບໍລິຈາກເລືອດເພື່ອກອບກູ້ຊີວິດມະນຸດ” - ảnh 1
ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ

(vovworld)- ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ “ບໍ​ລິ​ຈາກ​ເລືອດເພື່ອກອບ​ກູ້​ຊີ​ວິດ​ມະ​ນຸດ ໂດຍ​ໜັງ​ສື​ພິມ ຕຽນ​ຟອງ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ ແລະ ສະ​ຖາ​ບັນ​ເລືອດ​ສາດ ແລະ ສົ່ງ​ເລືອດ​ສູນ​ກາງ ຈັດ​ຂຶ້ນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຄື່ອນ​ໄຫວ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ​ເນັ້ນ​ໜັກ​ວ່າ: 

   “ ຂະ​ພະ​ເຈົ້າ​ສະ​ເໜີ​ ບັນ​ດາ​ອົງ​ການ​ສຳ​ນັກ​ງານ, ຂະ​ແໜງ​ການວິ​ຊາ​ສະ​ເພາະ ຂັ້ນ​ຕ່າງໆ, ພິ​ເສດ​ແມ່ນ​ບັນ​ດາ​ຫົວ​ໜ່ວຍ​ທີ່​ຂຶ້ນ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຄວນ​ຍູ້​ແຮງ​ຂະ​ບວນ​ການເຄື່ອນ​ໄຫວ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກເພື່ອ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ, ເປັນ​ແກ່ນ​ສານ​ເພື່ອ​ໂຄ​ສະ​ນາ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສຳ​ນັກ​ງານ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ ຂົນ​ຂວາຍ, ດຳ​ເນີນ​ການ​ບໍ​ລິ​ຈາກ​ເລືອດ​, ສົ່ງ​ເລືອດ​ດ້ວຍ​ຄວາມ​ປອດ​ໄພ, ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ລະ​ບອບ​ໜູນ​ຊ່ວຍ​ໃຫ້​ແກ່​ຜູ້ບໍ​ລິ​ຈາກ​ເລືອດເພື່ອ​ປະ​ກອບ​ສ່ວນ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ໃຫ້​ນັບ​ມື້​ນັບ​ດີກວ່​າ​ເກົ່າ”

ຂ່າວ/ບົດ​ອື່ນ