ການເຄື່ອນໄຫວແທດຈິງສະເຫຼີມສະຫຼອງວັນແມ່ຍິງຫວຽດນາມຢູ່ມາເລເຊຍ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ມອບຂອງຂວັນໃຫ້ແມ່ຍິງຜູ້ດີເດັ່ນ
(ພາບ: Hoàng Nhương/Vietnam+)
|
(vovworld) – ວັນທີ 15/10, ສະໂມສອນແມ່ຍິງຫວຽດນາມ ຢູ່ ມາເລເຊຍ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງ ຫວຽດນາມ (20/10) ດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງ. ເປີດສາກບັນດາການເຄື່ອນໄຫວ, ສະຖານທູດ ໄດ້ເຊື້ອເຊີນທ່ານ Richard Quad, ເຊິ່ງແມ່ນເຈົ້າໜ້າທີ່ເຮັດວຽກໃນຂະແໜງສານ ມາເລເຊຍ ມາໂອ້ລົມ, ແລກປ່ຽນກັບປະຊາຄົມບັນດາຜູ້ເປັນໃພ້ຊາວ ຫວຽດນາມ ຢູ່ທີ່ນີ້ ກ່ຽວກັບບັນດາບັນຫາກົດໝາຍທີ່ເຂົາເຈົ້າເຄີຍພົບເຫັນ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ຟ້າມກາວຟອງ ເນັ້ນໜັກວ່າ: ພັກ ແລະ ລັດເວົ້າລວມກໍ່ຄືສະຖານທູດເວົ້າສະເພາະ, ຍາມໃດກໍ່ເອົາໃຈໃສ່ເຖິງຊີວິດຂອງປະຊາຄົມເອື້ອຍນ້ອງແມ່ຍິງ ຫວຽດນາມ ທີ່ແຕ່ງງານກັບຊາວຕ່າງປະເທດ. ເລື່ອງເຊື້ອເຊີນນັກຊ່ຽວຊານກ່ຽວກັບດ້ານກົດໝາຍມາເພື່ອແລກປ່ຽນ, ໂອ້ລົມ, ແບ່ງປັນກັບບັນດາຜູ້ເປັນໃພ້ຊາວ ຫວຽດນາມ ຢູ່ ມາເລເຊຍ ກໍ່ເພື່ອຈຸດປະສົງນີ້. ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ຈະສືບຕໍ່ຊອກຫາ ແລະ ເຊື້ອເຊີນນັກຊ່ຽວຊານໃນຂົງເຂດອື່ນໆກ່ຽວກັບດ້ານທີ່ດິນ, ການເງິນ… ມາແລກປ່ຽນ, ແບ່ງປັນກັບເອື້ອຍນ້ອງແມ່ຍິງ, ຊ່ວຍໃຫ້ ເຂົາເຈົ້າມີຄວາມເຂົ້າໃຈກ່ວາກ່ຽວກັບກົດໝາຍກໍ່ຄືຮີດຄອງປະເພນີສັງຄົມ ມາເລເຊຍ, ຜ່ານນັ້ນສາມາດເຊື່ອມໂຍງເຂົ້າກັບຊີວິດສັງຄົມຢູ່ທີ່ນີ້ໃຫ້ດີກ່ວາອີກ.