ການເຈລະຈາຂັ້ນສູງ ຫວຽດນາມ - ຮູງກາຣີ

ການເຈລະຈາຂັ້ນສູງ ຫວຽດນາມ - ຮູງກາຣີ - ảnh 1
ການເຈລະຈາລະຫວ່າງ 2 ຝ່າຍ

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ຮູ​ງກາຣີ Ader Janos ​ແລະ ພັນ​ລະ​ຍາ, ທ່ານ​ປະທານ​ປະ​ເທດ ​ຫວຽດນາມ ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນຫຼວງ Budapest, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຮູ​ງກາຣີ ​ແຕ່​ວັນ​ທີ 15 – 17/9. ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງສົມ​ກຽດ​​ເປັນ​ທາງ​ການ​ຢູ່​ສຳນັກງານ​ປະທານາທິບໍດີ, ທ່ານ​ປະທານ​ປະ​ເທ​ດ ຫວຽດນາມ ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ ຮູ​ງກາຣີ Ader Janos ​ໄດ້​ດຳ​ເນີນ​ການ​ເຈລະຈາ. 2 ຝ່າ​ຍ​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຕໍ່ບັນດາ​ທິດ​ທາງ​ໃຫຍ່, ບັນດາ​ມາດ​ຕະການ​ລະອຽດ​ເພື່ອຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ 2 ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ ​​​ແນ​ໃສ່​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຄື: ກະສິກຳ, ສຶກສາ​ບຳງລຸງ​ສ້າງ, ການ​ຄ້າ, ການ​ລົງທຶນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

    ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທ​ດ ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ Ader Janos ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​. ຖະ​ແຫຼ​ງການ​ຢັ້ງຢືນ 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ເປີດ​ກ້ວາງ ​ແລະ ​ເຮັດ​​ໃຫ້ການ​ພົວພັນ​ຮ່ວມ​ມື​ເລິກ​ເຊິ່ງກ່ວາ​ອີກ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ສົມທົບ​ນະ​ໂຍບາຍ ​ແລະ ການ​ຮ່ວມ​ມື​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ກ່ວາ​ອີກ. ຫຼັງ​ຈາກ​ນັ້ນ, 2 ຝ່າຍ​ໄດ້​ມີ​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ. ທ່ານ​ປະທານາທິບໍດີ Ader Janos ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ ​ແລະ ຢັ້ງຢືນ​ຄວາມ​ຫວັງ​ຢາກ​ເປີດ​ກ້ວາງ​ການ​ພົວພັນ​ກັບ ຫວຽດນາມ ກໍ່​ຄື​ພາກ​ພື້ນ ອາ​ຊຽນ, ຖື​ນັ້ນ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ເຖິງ​ທິດຕາ​ເວັ​ນອອກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີນ​ຊາງ ​ໃຫ້​ຮູ້​ວ່າ:

    “​ໃນ​ການ​ຢ້ຽມຢາມ​ສຳຄັນ​ນີ້, ນອກ​ຈາກ​ບັນດາ​ການ​ນຳ​ຂອງ​ຂະ​ແໜງ​ການ​ຕ່າງ​ຂອງ ຫວຽດນາມ ​ແລ້ວ, ຄະນະ​ຜູ້​ແທນພວກ​ຂ້າພະ​ເຈົ້າຍັງ​ມີ ການ​ນຳ​ບໍລິສັດ, ວິ​ສາ​ຫະກິດ ຫວຽດນາມ 70 ຄົນ, ​ໄປ​ຍັງ​ຮູ​ງກາຣີ ​ເພື່ອ​ເຂົ້າຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ໃນ​ວັນ​ທີ 17/9 ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ຊອກ​ຫາ​ຄູ່​ຮ່ວມ​ມື​ ຮູ​ງກາຣີ. ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ພວກ​ຂ້າພະ​ເຈົ້າ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖີ່​ນ.”

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຮູ​ງກາຣີ Viktor Orban ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ László Kovér.

        ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, 2 ຝ່າຍ​ລ້ວນ​ແຕ່​ຖື​ວ່າ: ​ເຖິງ​ວ່າ ຫວຽດນາມ ​ແລະ ຮູ​ງກາຣີ ຫ່າງ​​ໄປ​ກັນ​ທາງ​ພູມ​ສາດ​ກໍ່ຕາມ ​ແຕ່​ທັງ 2 ​ຝ່າຍ​ລ້ວນ​ແຕ່​ມີ​ບັນດາ​ທ່າ​ແຮງ​ເພື່ອ​ເພີ່ມ​ເຕີມ​ໃຫ້​ກັນ. ຫວຽດນາມ ມີ​ຕະຫຼາດ​​ໃຫຍ່​ດ້ວຍ​ພົນລະ​ເມືອງ​ເກືອບ 90 ລ້ານ​ຄົນ ນອນ​ໃນ​ພາກ​ພື້ນ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຂອງ​ໂລກ. ທ່ານ​ນາຍົກລັດຖະມົນຕີ ຮູ​ງກາຣີ Viktor Orban ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ László Kovér ​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ວັດທະນະທຳ, ການ​ຮ່ວມ​ມື​ມະນຸດຊາດກໍ່​ຄື​ຕີ​ລາຄາ​ສູງ​ປະຊາ​ຄົມ​ຊາວ​ ຫວຽດນາມ ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ​ຢູ່ ຮູ​ງກາ​ຣີ ກ່ວາ 4000 ຄົນ.

    ​ໃນ​ຂອບ​ເຂດ​ການ​ພົບ​ປະ​ຄັ້ງ​ຕ່າງ​ໆ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ການ​ນຳຂັ້ນ​ສູງ ຮູ​ງກາຣີ ກໍ່​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ບັນດາ​ເອກະສານຕ່າງໆ.

    ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕີ​ຊາງ ​ໄດ້​​ໃຫ້ການ​ຕ້ອນຮັບ​ສະມາຄົມ​ມິດຕະພາບ ຮູ​ງກາຣີ - ຫວຽດນາມ ພ້ອມ​ກັບ​ບັນດາ​ນັກຮົບ​ເກົ່າ​ທີ່ເຄີ​ຍ​ເຂົ້າ​ຮ່ວມ​ບັນດາ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ສັນຍາ​ສັນຕິພາບ ປາຣີ ກ່ຽວ​ກັບ ຫວຽດນາມ ​ໃນ​ເມື່ອ​ກ່ອນ.

 

ຂ່າວ/ບົດ​ອື່ນ