ການເຈລະຈາຂອງເຈົ້າໜ້າທີ່ຂັ້ນສູງຈີນ - ຍີ່ປຸ່ນ
(ພາບປະກອບ)
(vovworld) - ວັນທີ 25/05, ຫົວໜ້າກົມອາຊີສັງກັດກະຊວງການຕ່າງປະເທດຍີ່ປຸ່ນ Junichi Ihara ແລະ ຜູ້ຮ່ວມຕຳແໜ່ງຈີນ ໂຄງຊວຽນເຢົາ ໄດ້ຈັດກອງປະຊຸມລັບຢູ່ປັກກິງ. ການນຳທາງການທູດຍີ່ປຸ່ນ ແລະ ຈີນ ໄດ້ສຸມໃສ່ປຶກສາຫາລືວິທີດີທີ່ສຸດເພື່ອຊຸກຍູ້ວິວັດທະນະການແກ້ໄຂການພົວພັນ 2 ຝ່າຍທີ່ພວມເຄັ່ງຕຶງ ຍ້ອນບັນດາການຂັດແຍ້ງອະທິປະໄຕ ແລະ ຄວາມບໍ່ລົງລອຍກັນໃນປະຫວັດສາດແຫ່ງສົງຄາມ.
ແລະກໍ່ໃນວັນດຽວກັນ, ທ່ານ Ihara, ຫົວໜ້າກົມອາຊີທັງເປັນຫົວໜ້າຄະນະເຈລະຈາຍີ່ປຸ່ນ ກ່ຽວກັບສປປ.ເກົາຫຼີ ໄດ້ມີການພົບປະກັບທູດພິເສດຂອງຈີນ, ຜູ້ຮັບຜິດຊອບບັນຫາ ສປປ.ເກົາຫຼີ ຫວູຕາຍເວີຍ. ການພົບປະດັ່ງກ່າວຖືດຳເນີນໄປໃນສະພາບທີ່ພຽງຢາງ ປະຕິບັດການຍິງໂທດລອງລູກສອນໄຟ ແລະ ຖະແຫຼງວ່າ, ພຽງຢາງ ໄດ້ຜະລິດຫົວນິວເຄຼີຍຂະໜາດນ້ອຍເພື່ອຮັບໃຊ້ໃຫ້ຈຸດປະສົງຕ່າງໆ.