ການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດລະຫວ່າງຫວຽດນາມ - ສເກົາຫຼີ ຄັ້ງທີ 2

ການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດລະຫວ່າງຫວຽດນາມ - ສເກົາຫຼີ ຄັ້ງທີ 2 - ảnh 1
ການ​ເຈລະຈາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ທູດ - ການ​ປ້ອງ​ກັນຊາ​ດ
ປ້ອງ​ກັນ​ຄວາມ​ສະຫງົບຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ
(ພາບ: vietnamplus.vn)

(vovworld) – ຕອນ​ຄຳ່​ວັນ​ທີ 6/8, ຢູ່​ສຳນັກງານກະຊວງ​ການ​ຕ່າງປະ​ເທດ ສ​ເກົາຫຼີ ຢູ່​ນະຄອນຫຼວງ​ເຊີ​ອູ​ນ, ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ທູດ - ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລະຫວ່າງ​ຫວຽດນາມ - ສ​ເກົາຫຼີຄັ້ງ​ທີ 2. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ​ໂຫ່​ຊວນ​ເຊີນ ນຳ​ໜ້າ, ຝ່າຍ​ສ​ເກົາຫຼີ , ​ໂດຍ​ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​​ຜູ້​ທີ​ໜຶ່ງ  ກິມກຽວ​ຮຽນ ​(Kim Kyou - hyou) ເປັນ​ຫົວໜ້າ​ຄະນະ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ແຕ່ລະ​ປະ​ເທດ, ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທັງ​ສອງ​ຝ່າຍ​ກໍ່​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ຕ່າງປະ​ເທດ, ການ​ລົງທຶນ, ການ​ຄ້າ, ວັດທະນະທຳ​ສັງຄົມ…ທັງ​ສອງ​ຝ່າຍ​ກໍ່​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ, ສະໜັບສະໜູນ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ຄື: ສະຫະ​ປະຊາ​ຊາດ, ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC), ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN),.. ບັນດາ​ກົນ​ໄກ​ໃນ​ຂອບ​ເຂດ​ຮ່ວມ​ມື​ອາ​ຊຽນ - ສ​ເກົາຫຼີ…

ຂ່າວ/ບົດ​ອື່ນ