ການເຈລະຈາດ້ານນິວເຄຼຍຕ່າງໆຈະຖືກຈັດຂຶ້ນຢູ່ ອີຣານໃນອະນາຄົດໃກ້ໆນີ້

ການເຈລະຈາດ້ານນິວເຄຼຍຕ່າງໆຈະຖືກຈັດຂຶ້ນຢູ່ ອີຣານໃນອະນາຄົດໃກ້ໆນີ້ - ảnh 1
ການເຄື່ອນໄຫວນິວເຄຼຍ ເຮັດໃຫ້ຂະແໜງນ້ຳມັນບໍແຮ່ຂອງ ອີຣານ ຖືກຮັບຜົນຮ້າຍຢ່າງໜັກໜ່ວງ ຍ້ອນຄຳສັ່ງລົງໂທດ

(vovworld) - ວັນ​ທີ 10/2, ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ ທ່ານ Ali – Akbar Salehi ​ໃຫ​້ຮູ້​ວ່າ: ​ການ​​ເຈລະຈາ​ກ່ຽວ​ກັບ​ນິວ​ເຄຼຍລະຫວ່າງ ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາ​ມໝັ້ນຄົງ ສະຫະ​ປະຊາ​ຊາດ ​ແລະ ​ເຢຍລະ​ມັນ) ຈະ​ຖືກ​ດຳ​ເນີນ​ໃນ​ອະນາຄົດ​ໃກ້ໆ​ນີ້. ທ່ານ Salehi ​ໃຫ້​ຮູ້​ວ່າ: ກຸ່ມ P5+1  ຍັງ​ສົ່ງ​ໃສ​ຕໍ່​ບັນຫາ​ຈຳນວນ​ໜຶ່ງ ​ແລະ ອີຣານພວມ​ພະຍາຍາມ​ເຮັດ​​ແຈ້ງບັນ​ຫາ​ທີ່​ສົ່ງ​ໃສ​ນັ້ນ​. ຕາມ​ທ່ານ Salehi ​ແລ້ວ, ຈົດໝາຍ​ຂອງ​ຫົວໜ້າ​ຄະນະ​​ເຈລະຈາ​ນິວ​ເຄຼຍຂອງ​ອີຣານ ​ທີ່ສົ່ງ​ເຖິງ ທ່ານນາງ Catherine Ashton, ຂ້າ​ຫຼວງ​ໃຫຍ່​ສະຫະພາບ​ເອີ​ລົບ​ຮັບຜິດຊອບ​ບັນດາ​ບັນຫາພົວພັນຕ່າງປະ​ເທດ ​​ໄດ້​ສະ​ແດງ​ວ່າ: ອີຣານ ກຽມ​ພ້ອມ​​ໃຫ້​ແກ່​ການ​ເຈລະຈາ​ຕ່າງໆ​ແລ້ວ, ດັ່ງ​ນັ້ນ​ຫວັງ​ວ່າ​ການ​ເຈລະຈາຕ່າງໆ​ຈະ​ຖືກ​ດຳ​ເນີນ​ໃນ​ອະນາຄົດ​​ໃກ້ໆ​ນີ້.

        ຖະ​ແຫຼ​ງການ​ຂອງ​ທ່ານ Salehi ​ຖືກ​ຍົກ​ອອກ​ມາ ​ໃນ​ສະພາບ​ການທີ່ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທ​ດ ​ເອີ​ລົບ​ພວມ​ຍົກ​ອອກ​ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ແຂງ​ກະດ້າງ​ທີ່​ສຸດ ​ຕໍ່​ຂະ​ແໜງ​ສົ່ງ​ອອກ​ນ້ຳມັນ​ຂອງ ອີຣານ ​ເພື່ອ​ບັງຄັບ​ໃຫ້ ອີຣານ ປະລະ​ໂຄງການ​ນິວ​ເຄຼຍທີ່ກໍ່​ໃຫ້ເກີດ​ການ​ຖົກ​ຖຽງ​ກັນ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ