ການແຫ່ຂະບວນປະທ້ວງ ຢູ່ ອີຢີບ ຄັດຄ້ານ ຄຳຕັດສິນຂອງສານ
ປະຊາຊົນ ອີຢີບ ແຫ່ຂະບວນປະທ້ວງຄັດຄ້ານຄຳຕັດສິນຂອງສານ
ພາບ:tintuc.vnn.vn
|
(vovworld) - ວັນທີ 2/6, ພາຍຫລັງສິ້ນສຸດສານພິພາກສາອະດີດປະທານາທິບໍດີ Hosni Mubarak ແລະ ບັນດາຜູ້ຮ່ວມງານ, ການແຫ່ຂະບວນປະທ້ວງ ໄດ້ເກີດຂຶ້ນຢູ່ຫລາຍແຫ່ງໃນປະເທດ ອີຢີບ ເພື່ອຄັດຄ້ານຄຳຕັດສິນຂອງສານ. ຜູ້ແຫ່ຂະບວນປະທ້ວງນັບພັນໆຄົນໄດ້ເຕົ້າໂຮມຢູ່ ສະຫນາມຫລວງໃຈກາງ Tahrir ຂອງນະຄອນຫລວງ ອີຢີບ ເພື່ອຄັດຄ້ານຄຳຕັດສິນຂອງສານ. ບັນດາຜູ້ຄົນເຫົຼ່ານັ້ນ ຖືວ່າ: ພວກຈຳເລີຍຕ້ອງຖືກຕັດສິນລົງໂທດດ້ວຍລະດັບສູງກວ່າ. ໃນຂະນະນັ້ນ ຢູ່ ກຳແພງ Alexandria ຜູ້ແຫ່ຂະບວນປະທ້ວງນັບສິບພັນຄົນ ກໍເຕົ້າໂຮມຢູ່ຕໍ່ຫນ້າວິຫານ Kead Ibrahim ເພື່ອຄັດຄ້ານຄຳຕັດສິນຂອງສານ. ມີກຸ່ມການເມືອງຫລາຍກຸ່ມ ໄດ້ປະກາດເຈດຈຳນົງຢາກເຂົ້າຮ່ວມການແຫ່ຂະບວນປະທ້ວງຄື: ກຸ່ມອ້າຍນ້ອງມຸດສະລີມ, ຂະບວນການ ວັນທີ 6/4, ພັນທະມິດຊາວຫນຸ່ມປະຕິວັດ.
Pham Huan ນັກຂ່າວ VOV ປະຈຳອີຢີບ