ການໂອ້ລົມສົນທະນາ“ຊາວໜຸ່ມກັບການຕ່າງປະເທດປະຊາຊົນແລະກຳນົດທິດທັກສະໃນການດຳລົງຊີວິດ”

ການໂອ້ລົມສົນທະນາ“ຊາວໜຸ່ມກັບການຕ່າງປະເທດປະຊາຊົນແລະກຳນົດທິດທັກສະໃນການດຳລົງຊີວິດ” - ảnh 1ການ​ໂອ້​ລົມ​ສົນ​ທະ​ນາ ແລະ ພົບ​ປະ​ແລກ​ປ່ຽນ​ດ້ວຍ​ຫົວ​ຂໍ້​ວ່າ “ຊາວ​ໜຸ່ມ​ກັບ​ການ​​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ ແລະ​ ​ກຳ​ນົດ​ທິດ​ທັກ​ສະ​ໃນ​ການດຳ​ລົງ​ຊີ​ວິດ”

(vovworld) – ວັນ​ທີ 4/11, ຢູ່ ຮ່າ​ໂນ້ຍ, ສູນ​ພົວ​ພັນ​ແລກ​ປ່​ຽນ​ວັດ​ທະ​ນະ​ທຳ ແລະ ການ​ຮ່ວມ​ມື​ສາ​ກົນ (ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ) ແລະ ຄະ​ນະ​ຊາວ​ໜຸ່ມ​ອົງ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ສົມ​ທົບ​ກັບ​ສະ​ຫະ​ພັນ​ຊາວ​ໜຸ່ມ​ສາ​ກົນ (IYF) ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ພົບ​ປະ​ແລກ​ປ່ຽນ​ດ້ວຍ​ຫົວ​ຂໍ້​ວ່າ “ຊາວ​ໜຸ່ມ​ກັບ​ການ​​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ ແລະ​ ​ກຳ​ນົດ​ທິດ​ທັກ​ສະ​ໃນ​ການດຳ​ລົງ​ຊີ​ວິດ”. ເມື່ອ​ແບ່ງ​ປັນ​ທີ່​ການ​ໂອ້​ລົ​ມ​ສົນ​ທະ​ນາ​ກ່ຽວ​ກັບ​ບົດ​ບາດ​ຂອງ​ຊາວ​ໜຸ່ມ​ຕໍ່​ການ​​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ເຊື່ອມ​ໂຍງ, ທ່ານ ຟ​້າມ​ວັນ​ເຈືອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ ຫວຽດ​ນາມ ເນັ້ນ​ໜັກ​ວ່າ: ໃນ​ສະ​ພາບ​ການ​ພາຍ​ໃນ ແລະ ສາ​ກົນ​ບໍ່​ພຽງ​ແຕ່​ນຳ​ເອົາ​ກາ​ລະ​ໂອ​ກາດ, ສິ່ງ​ສະ​ດວກ ເທົ່າ​ນັ້ນ ຫາກ​ຍັ​ງ​ນຳ​​ເອົາ​ໃຫ້​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ມາ​ໃຫ​້​ລຸ້ນ​ໜຸ່ມ​ໃນ​ປະ​ຈຸ​ບັນ​ອີກ​ດ້ວຍ. ເພື່ອ​ມີ​ຄຸນ​ນະ​ທາດ, ເຈດ​ຈຳ​ນົງ, ​ລະ​ດັບ​ຄວາມ​ຮູ້​ຢ່າງ​ພຽງ​ພໍ​ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສະ​ດວກ, ໝູນ​ໃຊ້​ກາ​ລະ​ໂອ​ກາດ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ຊາວ​ໜຸ່ມ​ແຕ່​ລະ​ຄົນ​ຕ້ອງ​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຮ່ຳ​ຮຽນ​ດ້ວຍ​ຕົນ​ເອງ, ຝຶກ​ຝົນຫຼໍ່ຫຼອມດ້ວຍ​ຕົນ​ເອງ, ມີ​ນ້ຳ​ໃຈ ແລະ ມີ​ລະ​ດັບ​ຄວາມ​ຮູ້​ຢ່າງ​ພຽງ​ພໍ​​ເພື່ອເຂົ້າ​ຮ່ວມ​​ພາ​ລະ​ກິດ​ຫັນເປັນ​ປະ​ເທດ​​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ພື້​ນ​ຖານ​ເສດ​ຖະ​ກິດ​ພຸມ​ປັນ​ຍາ ແລະ ວິ​ວັດ​​ແຫ່ງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ການ​ໂອ້​ລົມ​ສົນ​ທະ​ນາກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະ​ຫຼອງ 66 ປີ​ແຫ່ງວັນ​ມູນ​ເຊື້ອ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິ​ດ​ຕະ​ພາບ ຫວຽດ​ນາມ (17/11/1950 – 17/11/2016), ພ້ອມ​​ກັນ​ນັ້ນ​ນ​ີ້ກໍ່​ແມ່​ນ​ການ​ເຄື່ອນ​ໄຫວນອນ​ໃນ​ຂອບ​ເຂດ​ຂໍ​້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ສູນ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ ຮ່ວມ​ມື​ສາ​ກົນ ແລະ ສະ​ຫະ​ພັນ​ຊາວ​ໜຸ່ມ​ສາ​ກົນ. ການ​ໂອ້​ລົມ​ສົນ​ທະ​ນາກໍ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຜູ້​ແທນ, ບັນ​ດາ​ເພື່ອນ​ໜຸ່ມ​ພ້ອມ​ກັນ​ປຶ​ກ​ສາ​ຫາ​ລື, ແບ່ງ​ປັນ ແລະ ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​ນັກ​ປາ​ຖະ​ກະ​ຖາ​ເພື່ອ​ມີ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງ​ກ່​ວາ​ກ່ຽວ​ກັບ​ບົດ​ບາດ​ຂອງ​ຊາວ​ໜຸ່ມ​ສຳ​ລັບ​​ການ​ຕ່າງ​ປະ​ເທດປະ​ຊາ​ຊົນ​ໃນ​ໄລ​ຍະ​ເຊື່ອມ​ໂຍງ ແລະ ໝູນ​ໃຊ້​ບັນ​ດາ​ທັກ​ສະ​ການ​ດຳ​ລົງ​ຊີ​ວິດ​ເຂົ້າໃນ​ສະ​ພາ​ບ​ການ​ຕົວ​ຈິງ.


ຂ່າວ/ບົດ​ອື່ນ