ກຳປູເຈຍ ປາດຖະໜາຢາກເປີດດ່ານຊາຍແດນເພື່ອຂົນສົ່ງສິນຄ້າກັບ ຫວຽດນາມ ຕື່ມອີກ

(VOVWORLD) - ທ່ານລັດຖະມົນຕີຮັບຜິດຊອບກະຊວງໂຍທາທິການ ແລະ ຄົມມະນາຄົມ ກຳປູເຈຍ Nou Savath ໃຫ້ຮູ້ວ່າ: 

ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຄົມມະນາຄົມປະເທດນີ້ ມີແຜນການນຳໜ້າຄະນະປະຕິບັດງານລະຫວ່າງກະຊວງ ເພື່ອສຳຫລວດການເປີດດ່ານຊາຍແດນສາກົນກັບ ຫວຽດນາມ ຕື່ມອີກ 1 ແຫ່ງ ເພື່ອໃຫ້ລົດບັນທຸກຂົນສົ່ງສິນຄ້າໄປມາ ຍ້ອນລົດສັນຈອນໄປມາຫລາຍ ເຮັດໃຫ້ດ່ານຊາຍແດນສາກົນ Bavet ຕົກເຂົ້າສູ່ສະພາບແອອັດຕິດຂັດ.

ກຳປູເຈຍ ປາດຖະໜາຢາກເປີດດ່ານຊາຍແດນເພື່ອຂົນສົ່ງສິນຄ້າກັບ ຫວຽດນາມ ຕື່ມອີກ - ảnh 1ດ່ານຊາຍແດນ Bavet, ກຳປູເຈຍ

ສະຖານທີ່ຈະສຳຫລວດແມ່ນດ່ານຊາຍແດນ Prey Vor, ແຂວງ Svay Rieng, ກຳປູເຈຍ ຕິດກັບດ່ານຊາຍແດນ ບີ່ງຮ້ຽບ, ແຂວງ ລອງອານ, ຫວຽດນາມ. ໄປຄຽງຄູ່ກັບການເປີດດ່ານຊາຍແດນສຳລັບລົດຂົນສົ່ງສິນຄ້າໄປມາຕື່ມອີກນັ້ນ, ກະຊວງໂຍທາທິການ ແລະ ຄົມມະນາຄົມ ກຳປູເຈຍ ກໍ່ຈະສ້າງບັນດາສະຖານທີ່ຈອດລົດໃຫ້ແກ່ລົດຂົນສົ່ງສິນຄ້າຕື່ມອີກ ແລະ ຮຽກຮ້ອງໃຫ້ພາລະກອນພາສີ ຈັດແບ່ງເວລາເຮັດວຽກ ເພື່ອສາມາດແກ້ໄຂລະບຽບການໂດຍໄວ, ສ້າງເງື່ອນໄຂໃຫ້ການໄປມາຄ້າຂາຍສິນຄ້າລະຫວ່າງ 2 ປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ