ກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດຈັດການໂອລົມສົນທະນາກ່ຽວກັບບັນດາຮ່າງກົດໝາຍ

ກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດຈັດການໂອລົມສົນທະນາກ່ຽວກັບບັນດາຮ່າງກົດໝາຍ - ảnh 1
ການໂອ້ລົມສົນທະນາຈັດຕັ້ງໃນວັນທີ 20 - 21/6
(ພາບ: ປະຕູຖານຂໍ້ມູນຂ່າວສານຂອງແຂວງ ເທື່ອທຽນເຫ້ວ)

(vovworld)- ​ໃນ​ລະ​ຫວ່າງວັນ​ທີ 20-21/6, ຢູ່​ນະ​ຄອນ​ເຫ້ວ, ​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ຂອງ​ສະ​ພາ​ແຫ່ງ​ຊາດ​​ຫວຽດ​ນາມ ໄດ້ຈັດ​ການ​ໂອ​ລົມ​ສົນ​ທະ​ນາ​ ກ່ຽວ​ກັບ​ບັນ​ດາ​ຮ່າງ​ກົດ​ໝາຍ​ເຊັ່ນ: ກົດ​ໝາຍ​ວ່າ​ດ້ວຍ​​ກຳ​ລັງ​ອາ​ລັກ​ຂາ, ກົດ​​ໝາຍ​ວ່າ​ຕຳຫຼວດ​ຂັ້ນ​ຕາ​ແສງ; ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ອາ​ວຸດ, ວັດ​ຖຸ​ລະ​ເບີດ ແລະ ​ເຄື່ອງ​ມື​ໜູນ​ຊ່ວຍ. ທີ່​​ການ​ໂອ້​ລົມ​ສົນ​ທະ​ນາ, ບັນ​ດາ​ຜູ້​ແທນ​ໄດ້ສາ​ຫາ​ລື ​ກ່ຽວ​ກັບ​ຂອບ​​ເຂດ​ການ​ປັບ​ປຸງ ກົດ​ໝາຍ​ວ່າ​ດ້ວຍກຳ​ລັງ​ອາ​ລັກ​ຂາ ແລະ ​ເປັນ​ຕົ້ນ​ແມ່ນ​ເປົ້າ​ໝາຍ​​​ອາ​ລັກ​ຂາ; ບັນ​ດາ​ການ​ກະ​ທຳ​ທີ່​ຖືກ​ຫ້າມ​; ​ລະ​ບອບ​ນະ​ໂຍ​ບາຍ​ສຳ​ລັບ​ອົງ​ການ, ​ສຳ​ນັກ​ງານ, ສ່ວນ​ບຸກ​ຄົນ ເຂົ້າ​ຮ່ວມ​ສົມ​ທົບ; ນະ​ໂຍ​ບາ​ຍ​​ຂອງລັດ​ ໃນ​ການ​ສ້າງ​ກຳ​ລັງ​​ອາ​ລັກ​ຂາ; ສິດ ແລະ ​ຄວາມ​ຮັບ​ຜິດ​ຊອບ​ ຂອງ​ເປົ້າ​ໝາຍ​ອາ​ລັກ​ຂາ… ບັນ​ດາ​ຄຳ​ເຫັນ​ຕີ​ລາ​ຄາ, ພິ​ຈາ​ລະ​ນາ, ປະ​ກອບ​ຄຳ​ເຫັນ ​ໃສ່​ບັນ​ດາ​ຮ່າງ​ກົດ​ໝາຍ​ທີ່​ຍົກ​ມາ​ຂ້າງ​ເທິງ​ເປັນ​ພື້ນ​ຖານ, ບ່ອນອ້າງອີງ​ ​ເພື່ອ​ໃຫ້​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ຂອງ​ສະ​ພາ​ແຫ່ງ​ຊາດ​ ແລະ ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ສືບ​ຕໍ່​ຄົ້ນ​ຄ້​ວາ, ເພີ່ມ​ເຕີມ​ສ້າງ​ໃຫ້​ສົມ​ບູນ​ແບບ, ຍື່ນສະ​ເໜີ​ຕໍ່ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ ໃນ​ກອງ​ປະ​ຊຸມ​ຄັ້ງ​ຂ​ທີ່​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ