ຂີດ​ໝາຍ​ຂອງ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ ໃນ​​ບັນ​ດານັກ​ການ​ເມືອງ​ໂລກ

(VOVWORLD) - “ໃນຕະຫຼອດພາລະກິດຫຼາຍທົດສະວັດຂອງພັກ, ໃນນັ້ນ ມີໄລຍະເວລາ 13 ປີ ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຕີບໂຕເສດຖະກິດຢ່າງວ່ອງໄວຂອງ ຫວຽດນາມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ”.

  ມີນັກການເມືອງຫຼາຍທ່ານໃນໂລກ ໄດ້ແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເມື່ອຮູ້ຂ່າວວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຖິງແກ່ມໍລະນະກຳ, ພ້ອມທັງຕີລາຄາສູງບົດບາດ, ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ໃຫ້ແກ່ປະເທດ ຫວຽດນາມ ກໍຄື ສຳລັບຂະບວນການກອມມູນິດ, ໂລກກ້າວໜ້າ ແລະ ພື້ນຖານການເມືອງຝ່າຍຊ້າຍໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຖືວ່າ ວິໄສທັດຂອງທ່ານເລຂາທິການໃຫຍ່ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ມາເລເຊຍ ຈະຍືນຍົງຄົງຕົວຕະຫຼອດໄປ. ມໍລະດົກຂອງທ່ານຈະເປັນແຫຼ່ງບັນດານໃຈໃຫ້ລຸ້ນຕ່າງໆຢູ່ ຫວຽດນາມ ແລະ ທົ່ວອາຊີຕາເວັນອອກສ່ຽງໃຕ້ ໃນອະນາຄົດ.  

              ໃນຈົດໝາຍແບ່ງປັນຄວາມເສົ້າສະຫຼົດໃຈຂອງທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ມີຕອນຂຽນວ່າ: “ໃນຕະຫຼອດພາລະກິດຫຼາຍທົດສະວັດຂອງພັກ, ໃນນັ້ນ ມີໄລຍະເວລາ 13 ປີ ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຕີບໂຕເສດຖະກິດຢ່າງວ່ອງໄວຂອງ ຫວຽດນາມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ”.

              ທ່ານອະດີດຮອງຫົວໜ້າທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ Satyendra Pradhan ຕີລາຄາວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳການເມືອງທີ່ຫຼັກແຫຼມ, ເປັນນັກທິດສະດີຍຸດທະສາດ. ທ່ານເລຂາທິການໃຫຍ່ ຍັງແມ່ນການນຳທີ່ມີນ້ຳໃຈເມດຕາປານີ, ເອົາໃຈໃສ່ເຖິງສະຫວັດດີການຂອງປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ