ຂົວລອງບຽນແມ່ນສ່ວນຫນຶ່ງຂອງວັດທະນະທຳຮ່າໂນ້ຍໃນອະນາຄົດ
ຂົວລອງບຽນ
ພາບ:internet
|
(vovworld)- ນັ້ນແມ່ນຂໍ້ສັງເກດຂອງບັນດານັກຄົ້ນຄ້ວາ, ນັກສະຖາປານີກ ທີ່ການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ວ່າ: “ອະນຸລັກຮັກສາຂົວລອງບຽນໃນການພັດທະນາຕົວເມືອງ” ຊື່ງຖືກຈັດຂຶ້ນໃນຕອນບ່າຍວັນທີ 25/2 ຢູ່ ຮ່າໂນ້ຍ, ໂດຍມະຫາວິທະຍາໄລຝ່າຍຕາເວັນອອກ ຮ່າໂນ້ຍຈັດຕັ້ງຂຶ້ນ. ເຂົ້າຮ່ວມການໂອ້ລົມສົນທະນາ ມີບັນດາຜູ້ຊ່ຽວຊານໃນຂົງເຂດອະນຸລັກຮັກສາມໍລະດົກສະຖາປັດຕະຍະກຳຕົວເມືອງ ຫວຽດນາມ. ບັນດາຜູ້ແທນເນັ້ນຫນັກວ່າ : ຄຸນຄ່າ ດ້ານເຕັກໂນໂລຊີ, ວິຈິດສິນ ແລະ ພິເສດແມ່ນດ້ານປະຫວັດສາດຂອງຂົວລອງບຽນ. ຄຳເຫັນຂອງຜູ້ແທນສ່ວນຫລາຍທີ່ການໂອ້ລົມສົນທະນາ ລ້ວນແຕ່ເປັນເອກະພາບຕໍ່ການອະນຸລັກຮັກສາຮູບເດີມຂົວລອງບຽນໄວ້ຄືເກົ່າ, ແລະ ເປັນພາກສ່ວນຫນຶ່ງໃນໂຄງປະກອບເຂດຕົວເມືອງມໍລະດົກ ເພື່ອມີວິທີການອະນຸລັກຮັກສາໃຫ້ເໝາະສົມ.