ຂະແໜງຂາຍຍ່ອຍຫວຽດນາມ ມີສັນຍານດີຂຶ້ນໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19

(VOVWORLD) -ສັງເກດໃນໄລຍະຍາວ, ຍາມໃດຕະຫຼາດຂາຍຍ່ອຍຂອງຫວຽດນາມ ກໍໄດ້ຮັບການຕີລາຄາມີຄວາມປະເອີບໃຈກ່ຽວກັບແງ່ຫວັງພັດທະນາ ຜ່ານບາງທ່າອ່ຽງຕົ້ນຕໍ.
ຂະແໜງຂາຍຍ່ອຍຫວຽດນາມ ມີສັນຍານດີຂຶ້ນໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 - ảnh 1(ພາບປະກອບ: TTXVN)

ຕີລາຄາກ່ຽວກັບໝາກຜົນການສຳຫຼວດຂອງບໍລິສັດຫຸ້ນສ່ວນລາຍງານຕີລາຄາຫວຽດນາມ (Vietnam Report) ສຳລັບບັນດາວິສາຫະກິດຂຶ້ນກັບຂະແໜງຂາຍຍ່ອຍ ໃນສະພາບເກີດໂລກລະບາດໂຄວິດ-19, ທ່ານ ຫວູດັງວິງ, ຜູ້ອຳນວຍການໃຫຍ່ Vietnam Report ໃຫ້ຮູ້ວ່າ, ສັງເກດໃນໄລຍະຍາວ, ຍາມໃດຕະຫຼາດຂາຍຍ່ອຍຂອງຫວຽດນາມ ກໍໄດ້ຮັບການຕີລາຄາມີຄວາມປະເອີບໃຈກ່ຽວກັບແງ່ຫວັງພັດທະນາ ຜ່ານບາງທ່າອ່ຽງຕົ້ນຕໍ. ທຳອິດແມ່ນທ່່າອ່ຽງຍູ້ແຮງການຂາຍເຄື່ອງຜ່ານຫຼາຍຊ່ອງທາງຈາກການຂາຍທາງອອນລາຍ ຕະຫຼອດຮອດການຂາຍໂດຍກົງ. ກໍ່ຍ້ອນກຳແໜ້ນໄດ້ຄວາມຕ້ອງການຂອງຜູ້ອຸປະໂພກບໍລິໂພກໃນເວລາເກີດໂລກລະບາດໂຄວິດ-19 ນັ້ນ, ບັນດານັກຂາຍຍ່ອຍຫວຽດນາມ ພວມສຸມໃສ່ການຂາຍສິນຄ້າທາງອອນລາຍ, ຜ່ານໂປຼແກຼມຂາຍເຄື່ອງ; ພ້ອມທັງ ນຳໃຊ້ຊ່ອງສົ່ງສິນຄ້າ ແລະ ຊຸກຍູ້ການນຳໃຊ້ບັນດາພາຫະນະໃນການຄ້າເອເລກໂຕນິກ. ຍ້ອນການຫັນປ່ຽນຢ່າງທັນການ, ມີວິສາຫະກິດຂາຍຍ່ອຍຫຼາຍແຫ່ງ, ໃນນັ້ນມີທັງ Lottemart ໄດ້ມີການເຕີບໂຕໃນການຂາຍເຄື່ອງທາງອອນລາຍຈາກ 100% - 200%, ໂດຍສະເພາະແມ່ນຢູ່ຕະຫຼາດຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ