ຂະແໜງຕຳ່ແຜ່ນຕັດຫຍິບຫວຽດນາມດຶງດູດນັກລົງທຶນສ.ເກົາຫຼີ

ຂະແໜງຕຳ່ແຜ່ນຕັດຫຍິບຫວຽດນາມດຶງດູດນັກລົງທຶນສ.ເກົາຫຼີ - ảnh 1
ການເຊັນຂໍ້ຕົກລົງຮ່ວມມືລະຫວ່າງ 2 ຝ່າຍ
(ພາບ: Mỹ Phương/Vietnam+)

(vovworld) – ທີ່​ພິທີ​ເປີດ​ສະຫຼອງສູນ​ໜູນ​ຊ່ວຍ FTA ສ. ​ເກົາຫຼີ - ຫວຽດນາມ ປະຈຳ ຫວຽດນາມ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ FTA ສ. ​ເກົາຫຼີ ​- ຫວຽດນາມ (KVFTA), ​ເຊິ່ງ​ຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ວັນ​ທີ 4/3, ທ່ານ Roh Inho, ຮອງ​ປະທານ​ຫ້ອງ​ການ​ການ​ຄ້າ ຫົວໜ້າສະຖານກົງສູນ ສ. ​ເກົາ​ຫຼີ (KOTRA), ຮັບຜິດຊອບ​ກຸ່ມ ອາ​ຊຽນ ​ແລະ ທະວີບ​ມະຫາ​ສະໝຸດ, ​ໃຫ້​ຮູ້​ວ່າ: ບັນດາ​ສັນຍາ​ການ​ຄ້າ​ເສລີ​ພວມ​ມີ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ, ຊຸກຍູ້​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ ສ. ​ເກົາຫຼີ ຫຼາຍ​ແຫ່ງ​ເຂົ້າ​ໃນ​ຂະ​ແໜງ​ຕຳ່​ແຜ່ນ​ຕັດຫຍິບ. ຕາມ​ທ່ານ Roh Inho ​ແລ້ວ, ດ້ວຍ FTA ສ. ​ເກົາຫຼີ - ຫວຽດນາມ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ສ. ​ເກົາຫຼີ ​ໃຫ້​ຄຳ​ໝັ້ນ​ສັນຍາ​ເປີດ​ປະຕູ​ຕະຫຼາດ​ໃຫ້​ແກ່​ໝາກ​ໄມ້​ເຂດ​ຮ້ອນ​ຂອງ ຫວຽດນາມ, ຍົກ​​ເວັ້ນພາສີ​ສຳລັບ​ຜະລິດ​ຕະພັນ​​ຕຳ່​ແຜ່ນ​ຕັດຫຍິບ… ດັ່ງ​ນັ້ນ, ບັນດາ​ໝວດສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ ຫວຽດນາມ ທີ່ມີ​ແງ່​ຫວັງ​ສົ່ງ​ອອກ​ເຂົ້າ ສ. ​ເກົາຫຼີ ດ້ວຍ​ລະດັບ​ເຕີບ​ໂຕ​ສູງ​ນັ້ນ​ມີ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້ ​ແລະ ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ. ດ້ວຍ​ການ​ປະຕິບັດ FTA, ບັນ​ດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ພາຍ​ໃນ​ປະ​ເທດ​ຂອງ ຫວຽດນາມ ຈະ​ມີ​ໂອກາດ​ພັດທະນາ​ດ້ານ​ຂອບ​ຂະໜາດ​ການ​ຄ້າ, ພ້ອມ​ກັນ​ນັ້ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະ ສ. ​ເກົາຫຼີ ຈະນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກ້ວາງ.

 


ຂ່າວ/ບົດ​ອື່ນ