(vovworld) – ວັນທີ 26/3, ທີ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍປະຕິບັດລັດຖະທຳມະນູນ ສສ ຫວຽດນາມ ເຖິງບັນດາພະນັກງານຫຼັກແຫຼ່ງຂອງຂະແໜງ. ກອງປະຊຸມໄດ້ຮັບຟັງການແນະນຳບັນດາເນື້ອໃນພື້ນຖານ, ບັນດາຈຸດໃໝ່ຂອງລັດຖະທຳມະນູນຂອງ ສສ ຫວຽດນາມ. ມາຮອດປະຈຸບັນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ປະກາດໃຊ້ແຜນການຈັດຕັ້ງຜັນຂະຫຍາຍປະຕິບັດລັດຖະທຳມະນູນເພື່ອແນໃສ່ໂຄສະນາເຜີຍແຜ່ ເນື້ອໃນຈິດໃຈ ຂອງລັດຖະທຳມະນູນເຖິງບັນດາພະນັກງານ, ພາລະກອນ, ລັດຖະກອນ ແລະ ຊາວຜູ້ອອກແຮງງານ, ຍົກສູງຄວາມຮັບຮູ້ ສະຕິເຄົາລົບ, ປະຕິບັດລັດຖະທຳມະນູນຢ່າງເລິກເຊິ່ງ ກ້ວາງຂວາງ. ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ມີແຜນການຈັດຕັ້ງກອງປະຊຸມສຳມະນາຮັບເອົາຄຳເຫັນຂອງບັນດານັກຊ່ຽວຊານ, ນັກວິທະຍາສາດເພື່ອປະກອບຄຳເຫັນເຮັດໃຫ້ບັນດາຈຸດໃໝ່ຂອງລັດຖະທຳມະນູນທີ່ກ່ຽວຂ້ອງເຖິງຂົງເຂດຄຸ້ມຄອງລັດກ່ຽວກັບການອອກແຮງງານ, ຜູ້ມີຄຸນງາມຄວາມດີ ແລະ ສັງຄົມໃຫ້ຈະແຈ້ງ, ເລິກເຊິ່ງກ່ວາ, ຈັດຕັ້ງບັນດາກອງປະຊຸມ, ສ້າງບົດລາຍງານກວດກາ, ປັບປຸງ, ເພີ່ມເຕີມ, ປະກາດໃຊ້ບັນດາເອກະສານນິຕິກຳໃໝ່ທີ່ສອດຄ່ອງກັບລັດຖະທຳມະນູນ.