ຄວາມປະທັບໃຈງານບຸນວັດທະນະທຳ“ສີສັນຫວຽດນາມ“ທີ່ນິວຢອກ

ຄວາມປະທັບໃຈງານບຸນວັດທະນະທຳ“ສີສັນຫວຽດນາມ“ທີ່ນິວຢອກ - ảnh 1
ລາຍການ “ຊຸມມືວັດທະນະທຳຫວຽດນາມ ຢູ່ນິວຢອກ”
(ພາບ: baomoi.com)

(vovworld) - ​ໂດຍສືບຕໍ່ການເຄື່ອນໄຫວຕ່າງໆໃນລາຍການ “ຊຸມມືວັດທະນະທຳຫວຽດນາມ ຢູ່ນິວຢອກ”. ງານບຸນວັດທະນະທຳ “ສີສັນຫວຽດນາມ“ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 12/8 ຢູ່​ນະຄອນ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ. ງານບຸນວັດທະນະທຳ “ສີສັນຫວຽດນາມ“ ຢູ່​ນິວຢອກ ອີກ​ຄັ້ງ​ໜຶ່ງ ​ໄດ້​ແນະນຳ​ເຖິງ​ຊາວ​ອາ​ເມ​ລິ​ກາ​ ບັນດາ​ເຄື່ອງ​ດົນຕີ​ພື້ນ​ເມືອງ ​ແລະ ຊຸດ​ອາພອນ​ປະຈຳ​ເຜົ່າ​ຂອງ​ຫວຽດນາມ, ຜ່ານ​ນັ້ນ​ເຮັດ​ໃຫ້​ຊາວ​ອາ​ເມ​ລິ​ກາ ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ຫວຽດນາມ, ດ້ວຍ​ປະຫວັດສາດທີ່​ມີ​ມາ​ນັບ​ພັນ​ປີ ​ແລະ ພື້ນຖານ​ວັດທະນະທຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ, ມີ​ລັກສະນະ​ເປັນ​ເອກະ​ພາບ​ໃນ​ຫຼາຍ​ຮູບ​ຫຼາຍ​ສີ. ​ເພື່ອ​ນມິດສາ​ກົນ​ຢູ່​ສະຫະ​ປະຊາ​ຊາດ ​ແລະ ​ເພື່ອນ​ມິດ​ອາ​ເມ​ລິ​ກາ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຫວຽດນາມ. ງານບຸນວັດທະນະທຳ “ສີສັນຫວຽດນາມ“ ສິ້ນ​ສຸດ​ລົງ ດ້ວຍ​ລາຍການ​ສະ​ແດງ​ຊຸດ​ເສື້ືອຍາວ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ