ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານທ່ອງທ່ຽວລະຫວ່າງ2ປະເທດຫວຽດນາມແລະອິນເດຍແມ່ນໃຫຍ່ຫຼວງທີ່ສຸດ

ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານທ່ອງທ່ຽວລະຫວ່າງ2ປະເທດຫວຽດນາມແລະອິນເດຍແມ່ນໃຫຍ່ຫຼວງທີ່ສຸດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​​ໂຕນ​ສິງ​ແທ່ງ
(ພາບ: Vietnam+)

(vovworld)​ ​- ​ເນື່ອງ​ໃນ​ໂອກາດ​ບໍລິສັດ Jet Airways ຂອງ​ອິນ​ເດຍ​ ເປີດສາຍ​ການບິນ​ໂດຍ​ກົງ​ຈາກ Mumbai ​ແລະ New Delhi ມາ​ຍັງ​ນະຄອນ​ໂຮ່ຈິ​ມິນ ຕອນ​ເຊົ້າ​ວັນ​ທີ 5/11, ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ New Delhi ​ໄດ້​ສຳພາດ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອິນ​ເດຍ​​ໂຕນ​ສິງ​ແທ່ງ ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ພັດທະນາ​ທ່ອງທ່ຽວ ລະຫວ່າງ 2 ປະ​ເທດ​ໃນ​ອານາ​ຄົດ.

           ທ່ານ​ເອກ​ອັກຄະ​ລັດຖະທູດ​​ໂຕນ​ສິງ​ແທ່ງ ຢັ້ງຢືນ​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ພັດທະນາ​ທ່ອງທ່ຽວ​ ລະຫວ່າງ 2 ປະ​ເທດ​ແມ່ນ​​ໃຫຍ່​ຫຼວງໃນ​ສະພາບ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຍາວ​ນານ​ພັດທະນາ​ອັນ​ດີງາມ ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ມື້​ນັບ​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ. ດັ່ງ​ນັ້ນ, ການ​ເປີດ​ບັນດາ​ສາຍ​ການບິນ​ໂດຍ​ກົງ​ນີ້​ມີ​ຄວາມ​ໝາຍ​ໃຫຍ່​ຫຼວງ. ທ່ານ​ເອກ​ອັກຄະ​ລັດຖະທູດ​​ໂຕນ​ສິງ​ແທ່ງ ​ໃຫ້​ຮູ້​ວ່າ: ວັນ​ທີ 24/11 ຈະ​ມາ​ເຖິງ, ສະຖານທູດ​ຫວຽດນາມ​ ປະຈຳ​ອິນ​ເດຍຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​​ໃຫ້ບັນດາ​ບໍລິສັດ​ການທ່ອງທ່ຽວ 2 ປະ​ເທດ​​ໄດ້ພົບ​ປະ​ແລກປ່ຽນ, ​ແນະນຳ​ຜະລິດ​ຕະພັນ ​ແລະ ຊອກ​ຮູ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື.

 

 

 


ຂ່າວ/ບົດ​ອື່ນ