ຄວາມຫວັງຂອງຜູ້ມີສິດເລືອກຕັ້ງໃນກອງປະຊຸມສະໄໝສາມັນເທື່ອທີ3,ຂອງສະພາແຫ່ງຊາດ

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ຈະໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 22/5.
ຄວາມຫວັງຂອງຜູ້ມີສິດເລືອກຕັ້ງໃນກອງປະຊຸມສະໄໝສາມັນເທື່ອທີ3,ຂອງສະພາແຫ່ງຊາດ - ảnh 1 (ພາບປະກອບ:ອິນເຕີແນັດ)


ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ສະແດງຄວາມຫວັງວ່າ, ກອງປະຊຸມສະໄໝທີ 3, ສະພາແຫ່ງຊາດຈະຕີລາຄາສະພາບການເສດຖະກິດ - ສັງຄົມຢ່າງຖືກຕ້ອງ; ສ້າງກົດໝາຍຢ່າງເໝາະສົມ, ມີຄວາມສາມາດເປັນໄປໄດ້ ເພື່ອໃຫ້ບັນດາອົງການບໍລິຫານ ແລະ ຕຸລາການຄຸ້ມຄອງ, ບໍລິຫານຢ່າງມີປະສິດທິຜົນ. ຜູ້ມີສິດເລືອກຕັ້ງ ບູ່ຍດັ້ງກວາງ, ເມືອງ ບາດິ່ງ, ຮ່າໂນ້ຍ, ຫວັງວ່າ ກອງປະຊຸມຄັ້ງນີ້ຂອງສະພາແຫ່ງຊາດຈະສືບຕໍ່ຍົກສູງຄຸນນະພາບການກໍ່ສ້າງກົດໝາຍ, ໂດຍສະເພາະແມ່ນບັນດາກົດໝາຍທີ່ກ່ຽວຂ້ອງເຖິງວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

        “ບັນດາວຽກໃຫຍ່, ບັນດາວຽກງານທີ່ປະຊາຊົນມີຄວາມຂ້ອງໃຈ, ສະພາແຫ່ງຊາດລ້ວນແຕ່ມີຄວາມເອົາໃຈໃສ່ເພື່ອແກ້ໄຂເຫດການ. ພິເສດແມ່ນວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ. ຂ້າພະເຈົ້າຫວັງວ່າທຸກບັນຫາຈະໄດ້ຮັບການແກ້ໄຂໂດຍໄວ ແລະ ບັນດາບັນຫາໃຫຍ່ຂອງປະເທດກໍ່ຖືກວາງອອກໃນກອງປະຊຸມຄັ້ງນີ້ແລະ ຈະໄດ້ຮັບການແກ້ໄຂຢ່າງມີປະສິດທິຜົນເທື່ອລະກ້າວ“.

        ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຫວັງວ່າ, ບັນດາສະມາຊິກສະພາແຫ່ງຊາດສືບຕໍ່ຍົກສູງສະຕິ, ຄວາມຮັບຜິດຊອບໜ້າທີ່, ຄຸນນະທາດ, ຄວາມສາມາດຂອງຕົນ, ຕັ້ງໜ້າເຂົ້າຮ່ວມການປະກອບຄວາມເຫັນ ເພື່ອແນໃສ່ນຳເອົາແນວຄິດຈິດໃຈ, ຄວາມມຸ້ງມາດປາຖະໜາອັນຊອບທຳຂອງຜູ້ມີສິດເລືອກຕັ້ງເຂົ້າໃນກອງປະຊຸມສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ