ຄະນະກຳມະການເພື່ອ ສັນຕິພາບຫວຽດນາມ ໄປຢ້ຽມຢາມລາວ
vov ປະຈຳລາວ -  

ທ່ານ Uong Chu Luu, ຮອງປະທານສະພາແຫ່ງຊາດ
ພົບປະກັບ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້
(ພາບ: vietnamplus.vn)
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນບ່າຍວັນທີ 1/10, ຢູ່ວຽງຈັນ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະກຳມະການເພື່ອສັນຕິພາບຫວຽດນາມ ໂດຍທ່ານ Uong Chu Luu, ຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການດັ່ງກ່າວນຳໜ້າ. ທ່ານ Uong Chu Luu ໄດ້ລາຍງານໝາກຜົນແຫ່ງການເຈລະຈາກັບຄະນະຜູ້ແທນຄະນະກຳມະການເພື່ອສັນຕິພາບ ແລະ ສາມັກຄີລາວ, ໃນນັ້ນເນັ້ນໜັກວ່າ, ໝາກຜົນແຫ່ງການຮ່ວມມືຂອງສອງຄະນະກຳມະການໃນໄລຍະຜ່ານມາ ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມສອງປະເທດໃນການປັບປຸງ ແລະ ເພີ່ມພູນຄຸນສ້າງສາຍພົວພັນແບບພິເສດຫວຽດນາມ - ລາວ. ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການຮ່ວມມືຢ່າງຮອບດ້ານ. ພິເສດແມ່ນບັນຫາແລກປ່ຽນຂໍ້ມູນຂ່າວສານ ກໍ່ຄືການປະສານສົມທົບກັນເຄື່ອນໄຫວພົວພັນກັບຕ່າງປະເທດລະຫວ່າງສອງຄະນະກຳມະການຢູ່ບັນດາເວທີປາໄສສັນຕິພາບຂອງພາກພື້ນ ແລະ ໂລກ. ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີຢາທໍ່ຕູ້ ກໍ່ຢືນຢັນວ່າ ປະຊາຊົນລາວໝັ້ນໝາຍຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບປະຊາຊົນຫວຽດນາມຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃຫ້ນັບມື້ນັບພັດທະນາ. ໂດຍຮັບມອບໝາຍຈາກທ່ານປະທານປະເທດລາວ ຈູມມະລີ ໄຊຍະສອນ, ທ່ານນາງປະທານສະພາແຫ່ງຊາດລາວ ປານີຢາທໍ່ຕູ້ ໄດ້ມອບຫຼຽນໄຊມິດຕະພາຍໃຫ້ແກ່ ຄະນະກຳມະການເພື່ອສັນຕິພາບຫວຽດນາມ, ຍ້ອນມີຜົນງານໃນການຊຸກຍູ້ການພົວພັນມິດຕະພາບ ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ແລະ ໃຫ້ການຊ່ວຍເຫຼືອຄະນະກຳມະການເພື່ອສັນຕິພາບ ແລະ ສາມັກຄີລາວ ຢ່າງມີປະສິດທິຜົນ.
vov ປະຈຳລາວ