ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບວຽກງານຕິດຕາມກວດກາປີ2017

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບວຽກງານຕິດຕາມກວດກາປີ2017 - ảnh 1
ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ
ຕ່ອງທິຟ໋ອງ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) – ​ ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ເທື່ອ​ທີ 50 ຂອງ​ຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ, ຕອນ​ເຊົ້າ​ວັນ​ທີ 12/07, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບການ​ຄາດ​ຄະ​ເນໂຄງການ​ເຄື່ອນ​ໄຫວການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປີ 2017; ​ລາຍການ​ສ້າງ​ກົດໝາຍ​, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2017 ​​ແລະ ການຄາດ​ຄະ​ເນ​ດັດ​ປັບໂຄງການ​ສ້າງ​ກົດໝາຍ ​ແລະ ລັດຖະບັນຍັດ​ປີ 2016.

        ຕາມ​ທ່ານ​ຮອງ​ປະທານ​ສະພາ​ແຫ​່ງຊາດ ຫວຽດນາມ ​ໂດ​ບ໋າ​ຕີ້ ​ແລ້ວ, ​ໂຄງການ​ຕິດ​ຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ຈະ​ເລີ່​ມຕົ້ນ​ແຕ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ດ້ວຍ​ບັນດາ​ວຽກ​ງານ​ຄື: ພິຈາລະນາ, ປຶກສາ​ຫາລືບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ, ສັງ​ຄົມ ​ແລ​ະ ງົບປະມານ​ແຫ່ງ​ລັດ​ປີ 2016, ບົດ​ລາຍ​ງານກ່ຽວ​ກັບ​ການ​ສະຫລຸບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ປີ 2015; ຕິດ​ຕາມ​ກວດກາ​ເລື່ອງ​ແກ້​ໄຂ​ຂໍ້​ສະ​ເໜີ​​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງທີ່ສົ່ງ​​ເຖິງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຊຸດ​ທີ 14; ການ​ເຄື່ອນ​ໄຫວ​ຊັກ​ຖາມ ​ແລະ ຕອບ​ຄ​ຳຊັກ​ຖາມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ; ການຕິດຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ. ດ້ວຍ​ເລື່ອງ​ຕິດຕາມ​ກວດກາ​ຫົວ​ເລື່ອງສະ​ເພາະ, ສະພາ​ແຫ່ງຊາດ​ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນ​ຫາ​ເຄັ່ງຮ້ອນ​​ໃນ​ລະ​ດັບ​ມະຫາ​ພາກ ທີ່​ມີ​ຜົນ​ສະທ້ອນ​ເຖິງ​​ຊີວິດການ​ເປັນ​ຢູ່​ດ້ານ​​ເສດຖະກິດ, ສັງຄົມທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຈາກ​ປະຊາຊົນ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ. ຄາດ​ຄະ​ເນ​ວ່າ: ສະພາ​ແຫ່ງຊາດ​ຈະ​ຕິດຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ​ໃນ​ກອງ​ປະຊຸມ​ສະ​ໄໝສາມັນ 2 ຄັ້ງ​ໃນ​ປີ; ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຕິ​ດຕາມ​ກວດກາ 2 ຫົວ​ເລື່ອງ​ສະ​ເພາະ​ໃນ​ວາລະ​ປະຊຸມ​ເດືອນ 8  ​ແລະ ​ເດືອນ 9 ປີ 2017; ສະພາ​ຊົນ​ເຜົ່າ​ຕິດຕາມ​ກວດກາ 3 – 4 ຫົວ​ເລື່ອງ​ສະ​ເພາະ; ກຳມາ​ທິການ​ຕ່າງໆ​ຕິດຕາມ​ກວດກາ 1 – 2 ຫົວ​ເລື່ອງ​ສະ​ເພາະ, ລາຍງານ​ໝາກຜົນ​ຕໍ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ສົ່ງ​ບົດລາຍ​ງານ​ເຖິງ​ສະມາຊິກ​ສະພາ​ແຫ່​ງຊາດ.

        ມີ 6 ​ເນື້ອ​ໃນຫົວ​ເລື່ອງ​ສະ​ເພາະ​ໄດ້ຮັບ​ການ​ສະ​ເໜີ ນັ້ນ​ແມ່ນ: ການ​ປະຕິ​ບັດ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບ, ຄວາມ​ປອດ​ໄພ​ສຸຂະ​ອະນາ​ໄມ​ດ້ານ​ອາຫານ​ໄລຍະ 2011 – 2016; ​ເລື່ອງ​ຕິດຕາມ​ກວດກາ​ກ່ຽວ​ກັບ​ການ​ລົງທຶນ ​ແລະ ຂຸດ​ຄົ້ນ​ບັນດາ​ໂຄງການ​ຄົມມະນາຄົມ​ຕາມ​ຮູບ​ການ BOT; ​ເລື່ອງ​ປະຕິ​ຮູບ​ການ​ບໍລິຫານ​ແຫ່ງ​ລັດ​ໄລຍະ​ 2011 – 2020; ບຳລຸງ​ກໍ່ສ້າງ​​ເໜືອຫລັງ​ມະຫາວິທະຍາ​ໄລ, ກໍ່ສ້າງ​ວິຊາ​ຊີບ​​ຕິດ​ພັນ​ກັບ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ; ​ເລື່ອງ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກັບ​ຊາວ​ປະມົງ ​ແລະ ພັດທະນາ​ເສດຖະກິດ​ທະ​ເລ; ກຳຈັດ​ສິ່ງ​ເສດ​ເຫຼືອ​ຂອງ​ບັນດາ​ຮາກ​ຖານ​ອຸດສາຫະກຳ, ການ​ບໍລິການ, ໝູ່​ບ້ານ​ຫັດຖະກຳ, ​ເຂດ​ຊຸມ​ຊົມ.

ຂ່າວ/ບົດ​ອື່ນ