ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ)

(VOVWORLD) - ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ)  ທີ່ກອງປະຊຸມເທື່ອທີ 7
ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ) - ảnh 1(ພາບປະກອບ: VGP)

        ໂດຍສືບຕໍ່ລາຍການເຮັດວຽກຫົວເລື່ອງສະເພາະດ້ານກົດໝາຍເດືອນ ສິງຫາ, ວັນທີ 13 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ເລື່ອງອະພິປາຍ, ຮັບເອົາຄຳເຫັນ, ດັດປັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍທະບຽນສານ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການວາງແຜນຜັງເຂດຕົວເມືອງ ແລະ ວາງແຜນຜັງເຂດຊົນນະບົດ.

        ໃນນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ)  ທີ່ກອງປະຊຸມເທື່ອທີ 7 ດ້ວຍການສະເໜີຕ້ອງພິຈາລະນາເພີ່ມເຕີມໃສ່ຮ່າງກົດໝາຍຂໍ້ກຳກົດກ່ຽວກັບການຂາຍເດັກໃນຄັນກໍ່ແມ່ນອາດຊະຍາກຳການຄ້າມະນຸດ. ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບສິດທິເດັກໄດ້ກຳນົດວ່າ: ເດັກນ້ອຍລວມທັງເດັກໃນຄັນຕ້ອງໄດ້ຮັບການປົກປ້ອງນັບແຕ່ເວລາເດັກຍັງຢູ່ໃນທ້ອງຂອງແມ່ ແລະ ເລື່ອງຄ້າຂາຍເດັກໃນຄັນແມ່ນລະເມີດສິດທິມະນຸດ ແລະ ສິດຂອງເດັກຢ່າງຮ້າຍແຮງ.

        ເລື່ອງເພີ່ມເຕີມຂໍ້ກຳນົດກ່ຽວກັບການຄ້າຂາຍເດັກໃນຄັນເຂົ້າໃນຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ) ແມ່ນມີຄວາມຈຳເປັນ. ສະນັ້ນ, ຈະຊ່ວຍໃຫ້ບັນດາອົງການທີ່ມີໜ້າທີ່ນຳໃຊ້ ແລະ ປະຕິບັດກົດໝາຍໄດ້ງ່າຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ