ຄະນະປະຈຳສະພາແຫ່ງຊາດສືບຕໍ່ໃຫ້ຄຳເຫັນກ່ຽວກັບວຽກງານກົດໝາຍ
(ພາບປະກອບ)
(vovworld) - ໂດຍສືບຕໍ່ກອງປະຊຸມຄັ້ງທີ 3, ຕອນເຊົ້າວັນທີ 21/09, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຟັງ ແລະ ໃຫ້ຄຳເຫັນກ່ຽວກັບບົດລາຍງານວຽກງານປີ 2016 ຂອງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ກ່ຽວກັບວຽກງານປະຕິບັດຕາມການຕັດສິນຂອງສານ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ບັນດາບົດລາຍງານໄດ້ສ່ອງແສງຢ່າງຄົບຖ້ວນພໍ່ສົມຄວນໝາກຜົນທີ່ບັນລຸໄດ້ ກໍຄືບັນດາຂໍ້ຈຳກັດ, ຕິດຂັດໃນວຽກງານທຸກດ້ານ ແລະ ວາງອອກບັນດາມາດຕະການແກ້ໄຂ.
ຕອນບ່າຍວັນທີ 21/09, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນກ່ຽວກັບເລື່ອງແຕ່ງຕັ້ງກຳມະການສະພາຄັດເລືອກ, ຕິດຕາມກວດກາຜູ້ພິພາກສາແຫ່ງຊາດ.