ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມເດີນທາງເຂົ້າຮ່ວມ Army Games 2020

(VOVWORLD) -ພິທີສົ່ງທະຫານເດີນທາງໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ (Army Games) ປີ 2020 ໃຫ້ແກ່ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ.

ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມເດີນທາງເຂົ້າຮ່ວມ Army Games 2020 - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີ

(ພາບ: qdnd.vn)

ວັນທີ 09 ສິງຫາ, ຢູ່ສູນຝຶກອົບຮົມ ມ໊ຽວມົນ, ຮ່າໂນ້ຍ, ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີສົ່ງທະຫານເດີນທາງໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ (Army Games) ປີ 2020 ໃຫ້ແກ່ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ.

        ພິທີດັ່ງກ່າວແມ່ນເພື່ອແນໃສ່ລະດົມກຳລັງໃຈ, ສ້າງຄຸນນະທາດ, ເຈດຈຳນົງ, ຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດາທິມຂອງກອງທັບປະຊາຊົນຫວຽດນາມ ທີ່ເຂົ້າຮ່ວມ Army Games 2020 ຄວ້າໄດ້ບັນດາລາງວັນສູງ. Army Games 2020 ໂດຍກະຊວງປ້ອງກັນປະເທດລັດເຊຍ ເປັນເຈົ້າພາບຈັດຕັ້ງ, ເປັນຂີດໝາຍຄັ້ງທີ 3 ທີ່ກອງທັບປະຊາຊົນຫວຽດນາມ ຈັດສົ່ງກຳລັງເຂົ້າຮ່ວມ.

        Army Games 2020 ແລະ ເວທີປາໄສເຕັກນິກດ້ານການທະຫານສາກົນ 2020 ຄາດວ່າຈະຈັດຕັ້ງໃນກາງເດືອນສິງຫາ 2020 ຈະແມ່ນໜຶ່ງໃນບັນດາເຫດການສຳຄັນທີ່ສຸດໃນປີນີ້ຂອງກອງທັບລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ