ຄະນະຜູ້ແທນການ ທະຫານຂັ້ນສູງ ຫວຽດນາມ ຢ້ຽມຢາມລັດເຊຍ,ໂປໂລຍ,ບູນກາຣີ ແລະ ໂຮນລັງ

ຄະນະຜູ້ແທນການ ທະຫານຂັ້ນສູງ ຫວຽດນາມ ຢ້ຽມຢາມລັດເຊຍ,ໂປໂລຍ,ບູນກາຣີ ແລະ ໂຮນລັງ - ảnh 1
ພົນ​ເອກ ຟຸ່ງກວາງ​ແທງ
ພາບ:internet


(vovworld)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ​ບັນດາ​ປະ​ເທດຄື: ລັດ​ເຊຍ,​ໂປ​ໂລ​ຍ, ບູນກາ​ຣີ ​ແລະ ​ໂຮ​ນລັງ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ຫນ້າ ​ ​​ໄດ້ໄປ​ຢ້ຽມຢາມ​ລັດ​ເຊຍ, ​ໂປ​ໂລ​ຍ, ບູນກາຣີ ​ແລະ ​ໂຮ​ນລັງ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 6-21/8/2013. ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນການ​ທະຫານ​ຂັ້ນ​ສູງຫວຽດນາມ​ເຖິງ​ບັນດາ​ປະ​ເທດ​ດັ່ງກ່າວ ​​​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ  ກັບ​ບັນດາ​ປະ​ເທດ​ຄື ລັດ​ເຊຍ, ​ໂປ​ໂລ​ຍ, ບູນກາຣີ ​ແລະ ​ໂຮ​ນລັງ ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ຕ່າງ​​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ ປະຊາຊົນ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມ ກັບ​ປະຊາຊົນ ​ແລະ ກອງທັບ​ບັນດາ​ປະ​ເທດ​ທີ່​ຄະນະ​ຜູ້​ແທນ​​​ມາ​ຢ້ຽມຢາມ.

ຂ່າວ/ບົດ​ອື່ນ