ຄະນະຜູ້ແທນພັກ,ລັດກູບາຢ້ຽມຢາມໂຮງໝໍມິດຕະພາບຫວຽດນາມ-ກູບາ ດົ່ງເຮີຍ

(VOVWORLD) -ຕອນເຊົ້າວັນທີ 14 ກັນຍາ, ຢູ່ນະຄອນດົ່ງເຮີຍ, ແຂວງກວາງບິ່ງ, ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີແຫ່ງຜູ້ນຳ Fidel Castro ຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ (1973 – 2018)

ຄະນະຜູ້ແທນພັກ,ລັດກູບາຢ້ຽມຢາມໂຮງໝໍມິດຕະພາບຫວຽດນາມ-ກູບາ ດົ່ງເຮີຍ - ảnh 1(ທ່ານ Salvado Valdes Mesa ແລະ ຄະນະຜູ້ແທນຂັ້ນສູງ 2 ປະເທດ

ໄດ້ໄປວາງພວງມາລາອາໄລຫາຢູ່ອະນຸສາວະລີຜູ້ນຳ Fidel Castro)

ຄະນະຜູ້ແທນຂັ້ນສູງພັກ, ລັດປະເທດສ.ກູບາ ໂດຍທ່ານ Salvado Valdes Mesa, ກຳມະການກົມການເມືອງ, ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ ພ້ອມກັບພັນລະຍາ ໄດ້ນຳໜ້າຄະນະໄປຢ້ຽມຢາມໂຮງໝໍມິດຕະພາບຫວຽດນາມ ກູບາ. ໄປພ້ອມກັບຄະນະຜູ້ແທນກູບາ ຍັງມີຄະນະຜູ້ແທນຂັ້ນສູງຫວຽດນາມ ຫຼາຍທ່ານ.

        ໃນເດືອນກັນຍາ 1973, ໃນການຢ້ຽມຢາມແຂວງກວາງຈິ, ກວາງບິ່ງ, ທ່ານປະທານ Fidel Castro ໄດ້ຕົກລົງມອບໂຮງໝໍແຫ່ງໜຶ່ງໃຫ້ແຂວງກວາງບິ່ງ ແລະ ໂຮງໝໍແຫ່ງນີ້ໄດ້ຮັບການຕີລາຄາວ່າໃຫຍ່ໂຕສວຍງາມ, ທັນສະໄໝ, ຄົບຊຸດທີ່ສຸດຂອງຫວຽດນາມ ໃນຈຸດເວລານັ້ນ ເພື່ອຮັບໃຊ້ປະຊາຊົນທ້ອງຖິ່ນ ແລະ ທະຫານຈາກສະໜາມຮົບພາກໃຕ້ມາປິ່ນປົວ.

        ເນື່ອງໃນໂອກາດການຢ້ຽມຢາມຢູ່ໂຮງໝໍມິດຕະພາບຫວຽດນາມ - ກູບາ ດົ່ງເຮີຍ, ທ່ານ Salvado Valdes Mesa ແລະ ຄະນະຜູ້ແທນຂັ້ນສູງ 2 ປະເທດ ໄດ້ໄປວາງພວງມາລາອາໄລຫາຢູ່ອະນຸສາວະລີຜູ້ນຳ Fidel Castro, ຢູ່ໃນບໍລິເວນຂອງໂຮງໝໍ…

ຕອບກັບ

ຂ່າວ/ບົດ​ອື່ນ