ງານຊຸມນຸມມິດຕິງລະດັບຊາດຕອບສະຫນອງ”ວັນອາຊຽນປ້ອງກັນ,ຄວບຄຸມພະຍາດໄຂ້ເລືອດອອກ

ງານຊຸມນຸມມິດຕິງລະດັບຊາດຕອບສະຫນອງ”ວັນອາຊຽນປ້ອງກັນ,ຄວບຄຸມພະຍາດໄຂ້ເລືອດອອກ - ảnh 1
ງານຊຸມນຸມມິດຕິງລະດັບຊາດຕອບສະຫນອງ”
ວັນອາຊຽນປ້ອງກັນ,ຄວບຄຸມພະຍາດໄຂ້ເລືອດອອກ
(ພາບ: vnexpress.net)

(vovworld)- ຕອນ​ເຊົ້າ​ວັນ​ທີ 14/6 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ​ໂຮ່​ຈິ​ມີນ ຈັດ​ຕັ້ງ​ງານ​ຊຸມ​ນຸມ​ມິດ​ຕິງ​ຕອບ​ສະ​ຫນອງ “ວັນ ອາ​ຊຽນ ປ້ອງ​ກັນ, ຄວບ​ຄຸມ​ພະ​ຍາດ​ໄຂ້​ເລືອດ​ອອກ​ປະ​ຈຳ​ປີ ຄື​ວັນ​ທີ 15/6. ມີ​ປະ​ມານ 3000 ຄົນເຂົ້າ​ຮ່ວມ​ງານ​ຊຸມນ​ຸມ​ມິດ​ຕິງ​. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຫງວຽນ​ແທງ​ລອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ພະ​ຍາດ​ໄຂ້​ເລືອດ​ອອກ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ພະ​ຍາດ​ຕິດ​ແປດ​ແຜ່​ລາມ​ອອກ​ຢ່າງວ່ອງ​ໄວ​ທີ່​ສຸດ​ໃນ​ໂລກ. ຢູ່​ຫວຽດ​ນາມ​ແຕ່​ລ​ະ​ປີ ມີ 50.000 ຄົນ- 100.000 ຄົນ ຖືກ​ຕິດ​ພະ​ຍາດ​ດັ່ງ​ກ່າວ, ໃນ​ນັ້ນ 85% ກໍ​ລະ​ນີ​ຕິດ​ພະ​ຍາດ​ແມ່ນ​ຂຶ້ນ​ກັບ​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້. ພາຍ​ຫລັງ​ງານ​ຊຸມ​ນຸມ​ມິດ​ຕິງ, ພະ​ນັກ​ງານ​ການ​ແພດ​ ໄດ້​ລົງ​ທ້ອງ​ຖິ່ນ​ເພື່ອ​ໂຄ​ສະ​ນາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ພ້ອມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໄຂ້​ເລືອດ​ອອກ.

ຂ່າວ/ບົດ​ອື່ນ