ງານ​ບຸນ ຫວຽດ​ນາມ ຢູ່ Kanagawa ປະ​ເທດ​ຍີ່​ປຸ່ນ ໄດ້​ອັດ​ລົງ ດ້ວຍ​ຄວາມ​ປະ​ທັບ​ໃຈ​ຫຼາຍ​ຢ່າງ

(VOVWORLD) -  ວັນທີ 08 ກັນຍາ, ງານບຸນ ຫວຽດນາມ ຢູ່ Kanagawa ປີ 2024 ໄດ້ອັດລົງ ພາຍຫຼັງດຳເນີນມາເປັນ 2 ມື້. ໃນງານບຸນ, ນອກຈາກບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະວັນນະຄະດີຍັງມີຫຼາຍກິດຈະກຳພິເສດ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ ແລະ ສະໜັບສະໜູນພໍ່ແມ່ພີ່ນ້ອງຜູ້ຖືກເສຍຫາຍຢ່າງໜັກໜ່ວງຍ້ອນພະຍຸ Yagi ກໍ່ຂຶ້ນ.
ງານ​ບຸນ ຫວຽດ​ນາມ ຢູ່ Kanagawa ປະ​ເທດ​ຍີ່​ປຸ່ນ ໄດ້​ອັດ​ລົງ ດ້ວຍ​ຄວາມ​ປະ​ທັບ​ໃຈ​ຫຼາຍ​ຢ່າງ - ảnh 1ເຂດວາງສະແດງອວ່າຍໜ້າເມືອຫາອະທິປະໄຕທະເລໝູ່ເກາະ (ພາບ: VOV)

ວັນທີ 08 ກັນຍາ, ງານບຸນ ຫວຽດນາມ ຢູ່ Kanagawa ປີ 2024 ໄດ້ອັດລົງ ພາຍຫຼັງດຳເນີນມາເປັນ 2 ມື້. ໃນງານບຸນ, ນອກຈາກບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະວັນນະຄະດີຍັງມີຫຼາຍກິດຈະກຳພິເສດ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ ແລະ ສະໜັບສະໜູນພໍ່ແມ່ພີ່ນ້ອງຜູ້ຖືກເສຍຫາຍຢ່າງໜັກໜ່ວງຍ້ອນພະຍຸ Yagi ກໍ່ຂຶ້ນ. ທ່ານ Kuroiwa Yuji, ຜູ້ວ່າການ Kanagawa ໃຫ້ຂໍ້ສັງເກດວ່າ:

        “ບັນດານັກຮ້ອງທີ່ມີຊື່ສຽງໂດ່ງດັງທີ່ມາຈາກ ຫວຽດນາມ ທັງຮອ້ງເພງພາສາ ຫວຽດ ທັງຮ້ອງເພງດ້ວຍພາສາ ຍີ່ປຸ່ນ, ເຮັດໃຫ້ຜູ້ເຂົ້າຮ່ວມງານບຸນມີຄວາມຕື້ນຕັນໃຈທີ່ສຸດ. ບໍ່ພຽງແຕ່ເທົ່ານັ້ນ, ລາຍການສະແດງສິລະປະທີ່ເປັນເອກະລັກຂອງ ຫວຽດນາມ ພ້ອມກັບການບັນລະຍາຍຂອງບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ Kanagawa ແລະ ການເຄື່ອນໄຫວແນະນຳບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງລະດັບໂລກຂອງ ຫວຽດນາມ ຍິ່ງເຮັດໃຫ້ບັນຍາກາດຂອງງານບຸນມີຄວາມຫຼາກຫຼາຍສີສັນກວ່າ. ຂ້າພະເຈົ້າເຊື່ອໝັ້ນວ່າ ນ້ຳໃຈອາລົມຈິດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນຂອງຊາວ Kanagawa ແລະ ປະຊາຊົນ ຊາວ ຫວຽດນາມ ຈະຍິ່ງມີຄວາມເລິກເຊິ່ງ ແລະ ແໜ້ນແຟ້ນກວ່າເກົ່າ”.

        ໃນຂອບເຂດຂອງງານບຸນ, ຍັງມີຫຼາຍກິດຈະກຳ, ເຊັ່ນ: ເຂດວາງສະແດງກ່ຽວກັບອະທິປະໄຕທະເລໝູ່ເກາະຂອງ ຫວຽດນາມ, ຮ້ານຂາຍເຄື່ອງເພື່ອການກຸສົນຂອງບັນດານັກສຶກສາ ຫວຽ,ນາມ ເພື່ອຊ່ວຍເຫຼືອພໍ່ແມ່ພີ່ນ້ອງຢູ່ເຂດພູສູງພາຍໃນປະເທດທີ່ປະສົບກັບຄວາມຫຍຸ້ງຍາກອີກດ້ວຍ.

ຕວັນເຍີດ, ນັກຂ່າວ VOV ປະຈຳ ຍີ່ປຸ່ນ

ຕອບກັບ

ຂ່າວ/ບົດ​ອື່ນ