ງານພົບປະແລກປ່ຽນ ມິດຕະພາບຫວຽດນາມ- ຣູມານີ
ປະເທດຣູນາມນີ
(ພາບປະກອບ)
(vovworld)- ວັນທີ 29/11, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ-ຣູມີນີ ໄດ້ຈັດງານພົບປະແລກປ່ຽນມິດຕະພາບ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງທູດລະຫວ່າງສອງປະເທດ ຫວຽດນາມ-ຣູມີນີ. ກ່າວຄຳເຫັນນະທີ່ນີ້, ທ່ານຕົງວັນງາ, ປະທານສະມາຄົມມິດຕະພາບຫວຽດນາມ-ຣູມີນີ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານເສດຖະກິດສັງຄົມຊື່ງຣູມານີ ຍາດມາໄດ້ໃນໄລຍະຜ່ານມາ, ດ້ວຍການເຕີບໂຕຈີດີພີປີ 2014 ຄາດວ່າບັນລຸເກືອບ 3%. ທ່ານປະທານສະມາຄົມມິດຕະພາບຫວຽດນາມ-ຣູມີນີ ເນັ້ນໜັກວ່າ: ການພົວພັນລະຫວ່າງ ຫວຽດນາມ-ຣູມີນີ ໃນຊຸມປີຜ່ານມາຍາມໃດກໍ່ໄດ້ຮັບການປັບປຸງ, ຮັກສາ, ພັດທະນານັບມື້ນັບເຂົ້າສູ່ລວງເລິກ. ທ່ານປະທານສະມາຄົມມິດຕະພາບຫວຽດນາມ-ຣູມີນີ ຕົງວັນງາ ຢືນຢັນວ່າ: ໃນໄລຍະຈະມາເຖິງ, ສະມາຄົມມິດຕະພາບຫວຽດນາມ-ຣູມີນີ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ ແລະຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ./.