ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ: ຮູບແບບພົ້ນເດັ່ນຂອງການຮ່ວມມືດ້ານປ້ອງກັນຊາດເຂດຊາຍແດນ

(VOVWORLD) - ທ່ານລັດຖະມົນຕີ ຟານວັນຢາງ ສະເໜີໃຫ້ 2 ຝ່າຍສືບຕໍ່ຮັກສາ, ເພີ່ມທະວີ, ຊຸກຍູ້ບັນດາກົນໄກພົບປະແລກປ່ຽນດັ່ງກ່າວໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງກວ່າ.
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ: ຮູບແບບພົ້ນເດັ່ນຂອງການຮ່ວມມືດ້ານປ້ອງກັນຊາດເຂດຊາຍແດນ - ảnh 1(ການໂອ້ລົມສົນທະນາ)

        ຜ່ານການຈັດງານພົບປະມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ເປັນ 10 ຄັ້ງນັ້ນ, ຈີນ - ຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນໃນການພົວພັນດ້ານປ້ອງກັນຊາດລະຫວ່າງ 2 ປະເທດ. ນີ້ແມ່ນຄຳຢືນຢັນຂອງ ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ທີ່ການໂອ້ລົມສົນທະນາກັບ ທ່ານພົນໂທ ຕຸງຈີນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 10, ຈັດຂຶ້ນໃນຕອນເຊົ້າວັນທີ 18 ມີນາ, ຢູ່ແຂວງ ກວາງນິງ.

        ຕາມທ່ານພົນເອກ ຟານວັນຢາງ, ງານພົບປະໄດ້ກາຍເປັນຊ່ອງພົບປະ, ແລກປ່ຽນສຳຄັນລະຫວ່າງການນຳ 2 ກະຊວງປ້ອງກັນປະເທດກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນເອກະພາບທິດທາງການຮ່ວມມື, ແນໃສ່ນຳການຮ່ວມມືດ້ານປ້ອງກັນຊາດໃຫ້ກາຍເປັນເສົາຄ້ຳໃນການພົວພັນຂອງ 2 ປະເທດຢ່າງແທ້ຈິງ; ພ້ອມກັນນັ້ນ, ກໍ່ຊຸກຍູ້ການທູດປະຊາຊົນ, ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງບັນດາກຳລັງປ້ອງກັນຊາຍແດນຂອງ 2 ປະເທດ. ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ຟານວັນຢາງ ສະເໜີໃຫ້ 2 ຝ່າຍສືບຕໍ່ຮັກສາ, ເພີ່ມທະວີ, ຊຸກຍູ້ບັນດາກົນໄກພົບປະແລກປ່ຽນດັ່ງກ່າວໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງກວ່າ.

        ສ່ວນທ່ານພົນໂທ ຕຸງຈີນ, ຕີລາຄາວ່າ ໃນຊຸມປີຜ່ານມາ, ງານພົບປະໄດ້ແຜ່ກະຈາຍນ້ຳໃຈມິດຕະພາບ, ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງກະໂດດຂັ້ນ, ສວມບົດບາດສຳຄັນໃນການຮັບປະກັນຄວາມໝັ້ນຄົງຢູ່ພາກພື້ນ, ໂດຍສະເພາະແມ່ນເຂດຊາຍແດນລະຫວ່າງ 2 ປະເທດ.

        ຕາມແຜນການ, ຕອນເຊົ້າວັນທີ 19 ມີນາ, ທ່ານພົນໂທ ຕຸງຈີນ ຈະຕ້ອນຮັບ ທ່ານພົນເອກ ຟານວັນຢາງ ແລະ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນຢູ່ເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ, ແຂວງ ກວາງຊີ, ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ