ອາເມລິກາ ຖະແຫຼງບໍ່ຕ້ອງການການຊ່ວຍໜູນຈາກ NATO; ຜູ້ອຳນວຍການສູນຕ້ານການກໍ່ການຮ້າຍແຫ່ງຊາດລາອອກຈາກຕຳແໜ່ງ
(VOVWORLD) - ສິ່ງທີ່ໜ້າສົນໃຈແມ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງ ອາເມລິກາ ບັນລຸໄດ້ຜົນສຳເລັດທາງການທະຫານຄັ້ງທີ່ຕັດສິນຢູ່ ອີຣານ. ທ່ານເຈົ້າຂອງທຳນຽບຂາວຜູ້ທີ 47 ຢັ້ງຢືນວ່າ ອາເມລິກາ ສາມາດເຄື່ອນໄຫວແບບເອກະລາດເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດໄດ້.
ທ່ານ Donald Trump ປະທານທິບໍດີ ອາເມລິກາ ຫາກໍຍົກອອກຖະແຫຼງການຢ່າງແຮງກ່ຽວຂ້ອງເຖິງບັ້ນຮົບການທະຫານຢູ່ຕາເວັນອອກກາງ ໂດຍໃຫ້ຮູ້ວ່າ ສ່ວນໃຫຍ່ບັນດາປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (NATO) ບໍ່ຢາກເຂົ້າຮ່ວມພ້ອມກັບ ອາເມລິກາ ໃນບັ້ນຮົບການທະຫານເລັ່ງໃສ່ ອີຣານ. ຕາມທ່ານແລ້ວ, ໃນຫຼາຍປີຜ່ານມາ, ອາເມລິກາ ຕ້ອງເບີກຈ່າຍເງິນຈຳນວນນັບຮ້ອຍຕື້ USD ເພື່ອປົກປ້ອງບັນດາປະເທດນີ້ ແຕ່ບໍ່ໄດ້ຮັບການໜູນຊ່ວຍທີ່ສົມຄູ່.
ສິ່ງທີ່ໜ້າສົນໃຈແມ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງ ອາເມລິກາ ບັນລຸໄດ້ຜົນສຳເລັດທາງການທະຫານຄັ້ງທີ່ຕັດສິນຢູ່ ອີຣານ. ທ່ານເຈົ້າຂອງທຳນຽບຂາວຜູ້ທີ 47 ຢັ້ງຢືນວ່າ ອາເມລິກາ ສາມາດເຄື່ອນໄຫວແບບເອກະລາດເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດໄດ້.
ໃນການເຫດການອື່ນ, ວັນທີ 17 ມີນາ, ທ່ານ Joseph Kent, ຜູ້ອຳນວຍການສູນຕ້ານການກໍ່ການຮ້າຍແຫ່ງຊາດ ອາເມລິກາ ໄດ້ຍື່ນໃບຂໍລາອອກຈາກຕຳແໜ່ງ ແລະ ເປີດເຜີຍຫຼັກໝັ້ນຄັດຄ້ານສົງຄາມຢູ່ ອີຣານ. ໃນຈົດໝາຍ, ທ່ານ Kent ໄດ້ສະແດງທັດສະນະວ່າ ບໍ່ສາມາດສືບຕໍ່ສະໜັບສະໜູນການຕໍ່ສູ້ໃນປັດຈຸບັນ ແລະ ຢັ້ງຢືນວ່າ ອີຣານ ບໍ່ໄດ້ສ້າງໄພນາບຂູ່ຮີບດ່ວນໃດຕໍ່ ອາເມລິກາ.