ປະຊາຄົມສາກົນກະຕຸກຊຸກຍູ້ ອາບການິດສະຖານ ແລະ ປາກິດສະຖານ ລະງັບໃຈພາຍຫຼາຍການບຸກໂຈມຕີສູນບຳບັດຜູ້ຕິດເຢາເສບຕິດຢູ່ Kabul
(VOVWORLD) - ວັນທີ 17 ມີນາ, ສປຊ ຮຽກຮ້ອງໃຫ້ດຳເນີນການສືບສວນຢ່າງວ່ອງໄວ ແລະ ເປັນເອກະລາດກ່ຽວກັບເຫດບຸກໂຈມຕີເຂົ້າສູນບຳບັດຜູ້ຕິດຢາເສບຕິດຢູ່ນະຄອນຫຼວງ Kabul (ອາບການິດສະຖານ) ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 400 ຄົນ ແລະ ມີຜູ້ຖືກບາດເຈັບປະມານ 250 ຄົນ.
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ເຊີແນວ (ສະວິດ), ທ່ານ Thameen Al-Kheetan ໂຄສົກຂອງຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ໄດ້ເນັ້ນໜັກເຖິງເລື່ອງຕ້ອງມີການສືບສວນຢ່າງທັນການ, ເປັນເອກະລາດ ແລະ ຈະແຈ້ງ. ຕາມທ່ານແລ້ວ, ໝາກຜົນຂອງການສືບສວນຕ້ອງໄດ້ຮັບການເປີດເຜີຍ ແລະ ບັນດາຜູ້ຖືກປະສົບເຄາະຮ້າຍກໍຄືຄອບຄົວຜູ້ປະສົບເຄາະຮ້າຍ ມີສິດໄດ້ຮັບການຊົດໃຊ້.
ກໍໃນວັນດຽວກັນ, ສະຫະພາບເອີຣົບ (EU) ຮຽກຮ້ອງໃຫ້ ອາບການິດສະຖານ ແລະ ປາກິດສະຖານ ລະງັບໃຈພາຍຫຼັງເຫດບຸກໂຈມຕີທາງອາກາດຢູ່ Kabul. EU ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈຢ່າງສຸດຂີດ ແລະ ປະຕິບັດທຸກມາດຕະການທີ່ມີຄວາມເປັນໄປໄດ້ ແນໃສ່ຫຼຸດຜ່ອນຄວາມສ່ຽງເສຍຫາຍໃຫ້ແກ່ສາມັນຊົນ.
ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ ບຣຸກແຊນ, ທ່ານ Anouar El Anouni ໂຄສົກຂອງຄະນະກຳມະການເອີຣົບ ຖືວ່າ “ເຫດບຸກໂຈມຕີທີ່ເລັ່ງໃສ່ຮາກຖານສາທາລະນະສຸກນັ້ນ ແມ່ນບາດກ້າວເພີ່ມຄວາມເຄັ່ງຕຶງໃໝ່ ແລະ ອັນຕະລາຍຕ້ອງໄດ້ຮັບການຢຸດຕິຍິ່ງໄວກໍຍິ່ງດີ.”