ພັດທະນາເຕັກໂນໂລຊີຍຸດທະສາດ ຕິດພັນກັບຍຸດທະສາດພັດທະນາປະເທດຊາດ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍົກອອກ 6 ການກຳນົດທິດໃຫຍ່ເພື່ອໃຫ້ຄະນະຊີ້ນຳ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງປະຕິບັດໃນໄລຍະຈະມາເຖິງ.
ພັດທະນາເຕັກໂນໂລຊີຍຸດທະສາດ ຕິດພັນກັບຍຸດທະສາດພັດທະນາປະເທດຊາດ - ảnh 1(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນສະຫຼຸບກອງປະຊຸມ)

          ຕອນບ່າຍວັນທີ 18 ມີນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຫົວເລື່ອງສະເພາະກ່ຽວກັບເຕັກໂນໂລຊີຍຸດທະສາດຂອງຄະນະຊີ້ນຳສູນກາງ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ເຂົ້າຮ່ວມກອງປະຊຸມຍັງມີທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ.

          ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍົກອອກ 6 ການກຳນົດທິດໃຫຍ່ເພື່ອໃຫ້ຄະນະຊີ້ນຳ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງປະຕິບັດໃນໄລຍະຈະມາເຖິງ. ໃນນັ້ນ, ຕ້ອງກຳນົດແຈ້ງເປົ້າໝາຍພັດທະນາເຕັກໂນໂລຊີຍຸດທະສາດ ຕ້ອງຕິດພັນກັບຍຸດທະສາດພັດທະນາປະເທດຊາດ.

          “ເລື່ອງກຳນົດເຕັກໂນໂລຊີຍຸດທະສາດຂອງ ຫວຽດນາມ ຕ້ອງອີງໃສ່ 3 ປັດໄຈພື້ນຖານ: ຄວາມຕ້ອງການພັດທະນາ ແລະ ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ; ທ່າແຮງ, ຄວາມສາມາດບົ່ມຊ້ອນຂອງບັນດາຂະແໜງອຸດສາຫະກຳພາຍໃນປະເທດ; ຄວາມສາມາດສ້າງລະບົບມູນຄ່າ ແລະ ຕະຫຼາດໃຫ້ແກ່ຜະລິດຕະພັນ. ວິສາຫະກິດຕ້ອງກາຍເປັນໃຈກາງຂອງລະບົບຊີວະພາບເຕັກໂນໂລຊີຢ່າງແທ້ຈິງ”.

          ທ່ານເລຂາທິການໃຫຍ່ໄດ້ເນັ້ນໜັກອີກເທື່ອໜຶ່ງກ່ຽວກັບການພັດທະນາເຕັກໂນໂລຊີຍຸດທະສາດແມ່ນວຽກທີ່ບໍ່ໃຫ້ຊັກຊ້າກວ່າອີກ. ສະນັ້ນ, ທັງລະບົບການເມືອງຕ້ອງມີການກະທຳຢ່າງແຮງກວ່າ, ເດັດດ່ຽວກວ່າ, ມີປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ