ງານພົບປະແລກປ່ຽນມິດຕະພາບເຍົາວະຊົນຫວຽດນາມແລະຈີນ
ການລະຫຼິີ້ນຂອງເຍົາວະຊົນໃນງານພົບປະແລກປ່ຽນ
(ພາບ: Thắng Trung/TTXVN)
(vovworld) – ວັນທີ 2/11, ຄະນະຊາວໜຸ່ມແຂວງ ລ້າງເຊີນ ໄດ້ຈັດຕັ້ງງານພົບປະແລກປ່ຽນ “ຜ້າແດງມິດຕະພາບເຍົາວະຊົນເຂດຊາຍແດນ ລ້າງເຊີນ - ກວາງສີ” ປີ 2014. ພິທີເປີດສາກລາຍການໄດ້ຈັດຕັ້ງຢູ່ໂຮງຮຽນ ປະຖົມ ຫວີ້ງຈ້າຍ, ນະຄອນ ລ້າງເຊີນ. ບັນດານ້ອງເຍົາວະຊົນຢູ່ 2 ແຂວງເຂົ້າຮ່ວມການເຄື່ອນໄຫວມອບຜ້າແດງມິດຕະພາບ ແລະ ເຄື່ອງໝາຍເຍົາວະຊົນ. ອ້າຍ ຫງວຽນຮ່ວາງຕູ່ງ, ເລຂາຄະນະຊາວໜຸ່ມແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:
“ປີນີ້ແມ່ນປີທີ 2 ພວກຂ້າພະເຈົ້າຈັດຕັ້ງເຫດການນີ້. ອາດເວົ້າໄດ້ວ່າ, ແຕ່ລະເທື່ອພົບປະແລກປ່ຽນນຳກັນຄືແນວນີ້ພວກນ້ອງເຍົາວະຊົນຂອງແຂວງ ລ້າງເຊີນ ແລະ ເຍົາວະຊົນຂອງແຂວງ ກວາງສີມີຄວາມເບີດບານມ່ວນຊື່ນຫຼາຍ ແລະ ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງ. ເຍົາວະຊົນແຂວງ ລ້າງເຊີນ ແລະ ກວາງສີ ຮ່ວມແຮງຮ່ວມໃຈເຂົ້າໃນການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ໃນການຮ່ຳຮຽນ ແລະ ໃນວຽກງານຂອງກອງເຍົາວະຊົນປະຈັນບານ.”