(vovworld) – ໂດຍນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນທາງການທູດຫວຽດນາມ - ອາເມລິກາ ເປັນປົກກະຕິ, ວັນທີ 22/09, ຢູ່ນະຄອນໂຮ່ຈິມິນ, ສະມາຄົມມິດຕະພາບຫວຽດນາມ - ອາເມລິກາ ຢູ່ນະຄອນໂຮ່ຈິມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດງານພົບປະແລກປ່ຽນວັດທະນະທຳ, ອາຫານການກິນ ດ້ວຍຫົວຂໍ້ “ພົບປະຫວຽດນາມ - ອາເມລິກາ: ອາຫານການກິນເຊື່ອມຕໍ່ຫົວໃຈ”. ທີ່ງານພົບປະແລກປ່ຽນ, ຜູ້ຕາງໜ້າ 2 ປະເທດ ຫວຽດນາມ, ອາເມລິກາ ໄດ້ມີການພົບປະ, ແລກປ່ຽນກ່ຽວກັບບັນດາຈຸດເອກະລັກສະເພາະ, ພິເສດກ່ຽວກັບວັດທະນະທຳ ແລະ ອາການການກິນລະຫວ່າງ 2 ຊາດ. ກໍທີ່ງານພົບປະແລກປ່ຽນ, ຜູ້ຕາງໜ້າ 2 ປະເທດ ໄດ້ແບ່ງປັນ 10 ທິມ, ແຕ່ລະທິມໄດ້ຄັ້ງຊື່ຕາມບັນດາສະຖານທີ່ສຳຄັນພິເສດຂອງ 2 ປະເທດຄື: ຮ່າໂນ້ຍ, ເຫ້ວ, ໄຊງ່ອນ - ນະຄອນໂຮ່ຈິມິນ, ຮ່ວາງຊາ, ເຈື່ອງຊາ, ວໍສິງຕັນ ດີຊີ, ນິວຢອກ… ເພື່ອພ້ອມກັນເຂົ້າຮ່ວມການຊອກຮູ້ ແລະ ແຕ່ງອາຫານຢໍ, ເຊິ່ງເປັນອາຫານມູນເຊື້ອຂອງຫວຽດນາມ.