ງານພົບປະແລກປ່ຽນສິລະປະສາກົນ “ຕ້ອນຮັບປີໃໝ່ 2015“

ງານພົບປະແລກປ່ຽນສິລະປະສາກົນ “ຕ້ອນຮັບປີໃໝ່ 2015“ - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ໃນ​ລາຍ​ການ
(ພາບ: baomoi.com)

(vovworld) - ຕ້ອນຮັບ​ບຸນ​ເຕັດ​ປີ​ມະ​ແມ 2015, ຕອນ​ຄຳ່​ວັນ​ທີ 13/2, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງງານ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ສາກົນ “ຕ້ອນຮັບ​ປີ​ໃໝ່ 2015“. ​​ເຂົ້າ​ຮ່ວມ​ມີ​ທ່ານ​ປະທານສະຫະພັນ​ບັນດາ​ອົງການ​ມິດຕະພາບຫວຽດນາມ ຫວູຊວນ​ຮົ່ງ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ເລ​ຮົ່ງ​ເຊີນ, ທ່ານ  El Houcine Fardani, ຫົວໜ້າ​ຄະນະ​ທູຕານຸທູດ, ​ເອກ​ອັກຄະ​ລັດຖະທູດ​ລາຊະ​ອານາຈັກ ມາຣົກ, ພ້ອມ​ກັບ​ຜູ້ຕາງໜ້າ​ສະຖານທູດປະ​ເທດຕ່າງໆ, ບັນດາ​ອົງການ​ສາກົນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ນັກ​ສຶກສາ​ຕ່າງປະ​ເທ​ດທີ່​ພວມ​ຮຳ່ຮຽນ ຢູ່​ຮ່າ​ໂນ້ຍ. ລາຍການ​ສະ​ແດງ​ສິລະ​ປະ​ສາກົນ​ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປະ 100 ກວ່າ​ຄົນ ​​ເຊິ່ງໄດ້ຂັບ​ຮ້ອງ​ບັນດາ​ບົດ​ເພງ​ຍ້ອງຍໍ​ຫວຽດນາມ, ນະຄອນຫຼວງຮ່າ​ໂນ້ຍ ​ແລະ ສະ​ແດງ​ວາດ​ຟ້ອນ, ດົນຕີ​ພື້ນ​ເມືອງ​ຂອງ​ປະ​ເທ​ດຕ່າງໆ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ເລ​ຮົ່ງ​ເຊີນ ​ໃຫ້​ຮູ້​ວ່າ, ລາຍການ​ນີ້​ແມ່ນ​ໂອກາດ​ເພື່ອ​ພົບ​ປະ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ເຖິງ​ບັນດາ​ເພື່ອນ​ມິດສາ​ກົນ​ທີ່​ໄດ້​ສະໜັບສະໜູນ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນຫຼວງ​ໃນ​ປີຜ່ານມາ, ທັງ​ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ຮ່າ​ໂນ້ຍ​ກັບ​ເພື່ອ​ນມິດປະ​ເທດ​ຕ່າງໆ​ໃນ​ໂລກ.

ຂ່າວ/ບົດ​ອື່ນ