ງານວາງສະແດງວິຈິດສິນຍຸກສະໄໝປະຈຸບັນອີນເດຍ

ງານວາງສະແດງວິຈິດສິນຍຸກສະໄໝປະຈຸບັນອີນເດຍ - ảnh 1
( ພາບປະກອບ )

( vovworld ) –   ງານ​ວາງສະ​ແດງ “ Kalpana - ບັນດາຜົນງານ​ດ້ານ​ວິຈິດ​ຕະກຳ​ຍຸກ​ສະ​​ໄໝປະຈຸ​ບັນອີນ​ເດຍ ” ຈະ​ຖືກຈັດ​ຂຶ້ນລະຫວ່າງ​ວັນ​ທີ 24/4 – 1/5/2012 ຢູ່​ສູນ​ວາງສະ​ແດງ​ສີ​ລະ​ປະວັດ​ທະນະ​ທຳຫວຽດນາມ ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ. ນີ້​​ແມ່ນ​ໜື່ງ​ໃນ​ບັນດາ​ການ​ເຄື່ອນ​​ໄຫວ​ເນື່ອງ​ໃນ​ໂອກາດ​ປີ​​ແຫ່ງ​ຄວາມມິດຕະພາບ​ຫວຽດນາມ - ອີນ​ເດຍ 2012. ງານ​ວາງສະ​ແດງ “ Kalpana - ບັນດາຜົນງານ​ດ້ານ​ວິຈິດ​ຕະກຳຍຸກ​ສະ​​ໄໝປະຈຸ​ບັນອີນ​ເດຍ ”  ​ແມ່ນ​ງານ​ວາງສະ​ແດງ​ທຳ​ອິດ​ໃນ​ຈຳນວນ​ງານ​ວາງສະ​ແດງດ້ານ​ສິນລະປະກຳ​ອັນ​ຍອດ​ຢ້ຽມຂອງ​ສັດຕະວັດໜື່ງຜ່ານ​ບັນດາຜົນງານຂອງນັກ​ແຕ້ມທີ່​ມີ​ຊື່​ສຽງ​ 14 ທ່ານຂອງ​ອີນ​ເດຍ. ອາດ​​ເວົ້າ​ໄດ້​ວ່າ​ນີ້​​​ແມ່ນ​ບັນດາ​ນັກ​ຈິດຕະກອນ​ທີ່​ໂດ່​ງດັງ​ທີ່​ສຸດ​ໃນພື້ນຖານ​ດ້ານ​ຈິດຕະກຳ​ອີນ​ເດຍ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ສັງ​ລວມ​ໄລຍະ​​ເວລາ 120 ປີທີ​ຖ່າຍ​ທອດ​ສີ​ລະ​ປະ​ດ້ວຍພົນ​ງານ 28 ຜະລິດ​ຕະພັນ​ຂອງນັກ​ແຕ້ມ​ 14 ທ່ານທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປະສົມ​ປະສານ​ລະຫວ່າງ​ສິນລະປະ​ບູ​ຮານ ແລະ ທັນ​ສະ​ໄໝ. ​ຈິດຕະກອນ​ແຕ່ລະຄົນ​ມີ​ຄວາມ​ແຕກ​ຕ່າງ​ກັນ​​ເຊິ່ງສະທ້ອນ​ໃຫ້​ເຫັນ​ຜ່ານ​ບັນດາ​ຄວາມ​ສົນ​ບູນ ​ແລະ ຫຼາກ​ຫຼາຍ​ໃນ​ຜົນງານ​ຈິດຕະກຳ​ຂອງ​ຕົນ.
ຂ່າວ/ບົດ​ອື່ນ