ຈັດກອງປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີິ12ຂອງພັກ

ຈັດກອງປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີິ12ຂອງພັກ - ảnh 1
ຈັດກອງປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີິ12ຂອງພັກ
(ພາບ: news.zing)


(vovworld) –​ ຕອນ​ເຊົ້າ​ວັນ​ທີ 18/01, ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ ມິ້ງ​ດິ່ງ, ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ໄຂ​ສູນ​ການ​ຂ່າວ ແລະ ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ເຂົ້າ​ຮ່ວ​ມ​ພິ​ທີ​ມີ​ທ່ານ​ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ດິງ​ເທີ​ຮີນ; ທ່ານ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ຮ່​ວາງ​ບິ່ງກວນ​ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບາງ​ກະ​ຊວງ, ຂະ​ແໜງ​ການ​​ຂັ້ນສູນ​ກາງ. ສູນ​​ການ​ຂ່າວ​ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ມີ​ໜ້າ​ທີ່​ຄຸ​້ມ​ຄອງ​ການ​ເຄື່ອນ​ໄຫວ​ສື່​​ມວນ​ຊົນ​ທີ່ກອງ​ປະ​ຊຸມ​ໃຫຍ່; ຈັດ​ຕັ້ງ​ການ​ບໍ​ລິ​ຫານ, ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ, ເອ​ກະ​ສານ, ແນະ​ນຳ​ບັນ​ດາ​ອົງ​ການ​ສື່​​ມວນ​ຊົນ​ປະ​ຕິ​ບັດ​ໜ້າ​ທີ່…

      ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຂ່າວ, ທ່ານ ດິງ​ເທີ​ຮີນ,  ໄດ້​ແຈ້ງ​ໃຫ້​ຊາບ​ໂດຍ​ຫຍ​ໍ​້ກ່ຽວ​ກັບ​ກອງ​ປະ​ຊຸມ​​ໃຫຍ່​ຄັ້ງ​ທີ 12 ຂອ​ງ​ພັກ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້​ມີ​ຫົວ​ຂ​ໍ້​ວ່າ “ເພີ່ມ​ທະ​ວີ​ການກໍ່​ສ້າງ​ພັກ​ໃຫ້​ປອດ​ໃສ, ເຂັ້ມ​ແຂງ; ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ; ຍູ້​ແຮ​ງ​ພາ​ລະ​ກິດ​ປ່ຽນ​ໃໝ່​ຢ່າງ​ຮອບ​ດ້ານ, ຄົບ​ຊຸ​ດ; ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ຄົງ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ; ສູ້​ຊົນ​ນຳ​ຫວຽດ​ນ​າມ ໃຫ້​ກາ​ຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ​ໂດຍ​ໄວ”. ກອງ​ປະ​ຊຸມ​ໃຫຍ່​ຈະ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ແລະ ​ທົບ​ທວນ​ຄືນ​ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽ​ນ​ໃໝ່​ປະ​ເທດ​ຊາດ; ກຳ​ນົດ​ທິ​ດ​ທາງ, ເປົ້າໝາຍ, ໜ​້າ​ທີ່ ແລະ ບັນ​ດາ​ມາດ​ຕະ​ການສ້​າງ​ສາ​ ແລະ ​ພັດ​ທະ​ນາປະ​ເທດ​ຊາດ​ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ.…

      ກ່ຽວ​ກັບວຽກ​ງານ​ກະ​ກຽມ​ບຸກ​ຄະ​ລາ​ກອນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າກ​ານ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສ​ື່​ສານ ເຈືອງ​ມິງ​ຕ໋ວນ, ໃຫ້​ຮູ້​ວ່າ.

      “ວຽກ​ງານ​ກະ​ກຽມ​ບຸກ​ຄະ​ລາ​ກອນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ປະ​ຊາ​ທິ​ປະ​ໄຕ, ເຂັ້ມ​ງ​ວດ, ຖືກ​ຕາມ​ລະ​ບ​ຽບ​ການ ແລະ ຂໍ້​ກຳ​ນົດ​ຂອງ​ພັກ. ເລື່ອງ​ບຸກ​ຄະ​ລາ​ກອນ​ຄະ​ນະ​ບໍ​ລິ​ຫານງານ​ສູນ​ກາງ​ພັກ, ບັນ​ດາ​ຕຳ​ແໜ່ງ​ຫຼັ​ກ​ແຫຼ່ງ, ສຳ​ຄັນ​ຈະ​ໄ​ດ້​ຮັບ​ການ​ປະ​ກາດ​ເມື່ອມ​ີ​ໝາກ​ຜົນ​ການ​ເລືອກ​ຕັ້ງ​ຖືກ​ຕາມ​ຂໍ້​ກຳ​ນົດ​ຂອງກອງ​ປະ​ຊຸມ​ໃຫຍ່”.

ຂ່າວ/ບົດ​ອື່ນ