Houthi ສືບຕໍ່ຍິງລູກສອນໄຟບຸກໂຈມຕີ ອິດສະຣາແອັນ

(VOVWORLD) - ລະບົບປ້ອງກັນອາກາດຂອງປະເທດນີ້ໄດ້ຍິງລູກສອນໄຟນຳວິຖີທີ່ຍິງຈາກ ເຢແມັນ, ມຸ່ງໄປເຂດພາກກາງ ອິດສະຣາແອັນ ລູກໜຶ່ງຕົກ.
Houthi ສືບຕໍ່ຍິງລູກສອນໄຟບຸກໂຈມຕີ ອິດສະຣາແອັນ - ảnh 1ກຳລັງ Houthi ຢູ່ ເຢແມັນ ໄດ້ບຸກໂຈມຕີ ອິດສະຣາແອັນ ດ້ວຍລູກສອນໄຟໄລຍະໄກ
(ພາບ: THX/TTXVN)

ໂດຍສືບຕໍ່ປະຕິກິຕິຍາຢ່າງແຮງຕໍ່ການກະທຳເພີ່ມທະວີດ້ານການທະຫານຂອງ ອິດສະຣາແອັນ ຢູ່ເຂດ ກາຊາ, ວັນທີ 21 ມີນາ, ກຳລັງ Houthi ຢູ່ ເຢແມັນ ໄດ້ບຸກໂຈມຕີ ອິດສະຣາແອັນ ດ້ວຍລູກສອນໄຟໄລຍະໄກ. ຕອນຄ່ຳວັນທີ 21 ມີນາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໄດ້ຢັ້ງຢືນວ່າ, ລະບົບປ້ອງກັນອາກາດຂອງປະເທດນີ້ໄດ້ຍິງລູກສອນໄຟນຳວິຖີທີ່ຍິງຈາກ ເຢແມັນ, ມຸ່ງໄປເຂດພາກກາງ ອິດສະຣາແອັນ ລູກໜຶ່ງຕົກ. IDF ຢືນຢັນວ່າ, ນີ້ແມ່ນການບຸກໂຈມຕີດ້ວຍລູກສອນໄຟຄັ້ງທີ 4 ຂອງ Houthi ແນໃສ່ ອິດສະຣາແອັນ ນັບແຕ່ວັນທີ 18 ມີນາ, ພາຍຫຼັງທີ່ ອິດສະຣາແອັນ ເປີດບັ້ນບຸກໂຈມຕີຄືນໃສ່ເຂດ ກາຊາ ເປັນເວລາ 1 ວັນ ເພື່ອກໍ່ຄວາມກົດດັນຕໍ່ຂະບວນການອິດສະລາມ Hamas.

Houthi ໄດ້ຖະແຫຼງເປັນຫຼາຍເທື່ອແລ້ວວ່າ ອາເມລິກາ ບໍ່ສາມາດສະກັດກັ້ນກຳລັງນີ້ປຸກລະດົມບັນດາການບຸກໂຈມຕີແນໃສ່ຊັບສົມບັດຂອງ ອາເມລິກາ ແລະ ຜົນປະໂຫຍດຂອງອິດສະຣາແອັນ ຢູ່ເຂດຕາເວັນອອກກາງ, ຖ້າເມື່ອໃດທີ່ ອິດສະຣາແອັນ ຍັງຮັກສາການກະທຳດ້ານການທະຫານຕ້ານຊາວ ປາແລັດສະຕິນ ຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ